logo

ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ - ການນຳທີ່ຕັ້ງໝັ້ນໃນຄວາມຈົງຮັກພັກດີ, ເປັນແບບຢ່າງຂອງພັກ ແລະ ການປະຕິວັດ ຫວຽດນາມ

2026/3/1 | 09:22:28
(VOVWORLD) - ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາຢືນຢັນວ່າ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ແມ່ນນັກການເມືອງໝັ້ນຄົງແນວແນ່, ກໍ່ສ້າງລັດຂອງປະຊາຊົນຢ່າງສຸດຈິດສຸດໃຈ; ເປັນນັກເສດຖະກິດທີ່ຕິດແທດກັບຕົວຈິງຢ່າງເລິກເຊິ່ງ
ທີ່ກອງປະຊຸມວິທະຍາສາດ
(ພາບ: VGP)

ເນື່ອງໃນໂອກາດສະເຫຼີມສະຫຼອງ 120 ປີແຫ່ງວັນເກີດ ທ່ານ ຟ້າມວັນດົ່ງ ນາຍົກລັດຖະມົນຕີ ຫວຽດນາມ (01 ມີນາ 1906 – 01 ມີນາ 2026), ຕອນບ່າຍວັນທີ 28 ກຸມພາ, ຢູ່ແຂວງ ກວາງງ້າຍ ໄດ້ຈັດກອງປະຊຸມວິທະຍາສາດ “ສະຫາຍ ຟ້າມວັນດົ່ງ - ການນຳທີ່ຕັ້ງໝັ້ນໃນຄວາມຈົງຮັກພັກດີ, ເປັນແບບຢ່າງຂອງພັກ ແລະ ການປະຕິວັດ ຫວຽດນາມ, ຜູ້ເປັນລູກທີ່ດີເລີດຂອງບ້ານເກີດເມືອງນອນ ກວາງງ້າຍ”.

ບັນດາບົດປະກອບຄຳເຫັນທີ່ກອງປະຊຸມສຳມະນາຢືນຢັນວ່າ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ແມ່ນນັກການເມືອງໝັ້ນຄົງແນວແນ່, ກໍ່ສ້າງລັດຂອງປະຊາຊົນຢ່າງສຸດຈິດສຸດໃຈ; ເປັນນັກເສດຖະກິດທີ່ຕິດແທດກັບຕົວຈິງຢ່າງເລິກເຊິ່ງ; ເປັນນັກວັດທະນະທຳທີ່ຖືການສຶກສາເປັນສຳຄັນ; ເປັນນັກການທູດທີ່ມີຄວາມເຊື່ອໝັ້ນຂອງສາກົນ. ທາງດ້ານວັດທະນະທຳ ແລະ ການພົວພັນຕ່າງປະເທດ, ບັນດາບົດປະກອບຄຳເຫັນໄດ້ເຮັດແຈ້ງວິຖີການທູດ ໂຮ່ຈີມິນ ເຊິ່ງທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ໝູນໃຊ້ຢ່າງມີໄຫວພິບ; ສົມທົບກັນຢ່າງກົມກຽວລະຫວ່າງຜົນປະໂຫຍດຂອງຊາດ ແລະ ບັນດາຄຸນຄ່າທົ່ວໄປຂອງມະນຸດ; ມີສັດທະນະລຸລ່ວງກ່ຽວກັບການປ່ຽນແປງໃໝ່ຢ່າງຮອບດ້ານ, ຖືມະນຸດເປັນໃຈກາງ, ຖືວັດທະນະທຳທັງເປັນເປົ້າໝາຍ, ທັງເປັນກຳລັງໜູນການພັດທະນາ.

TAG
VOV/VOVworld/ການ​ທູດ/ເຊື່ອໝັ້ນ​/​ສາ​ກົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ