logo

ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ດ້ວຍບັນດາບົດຮຽນອັນລ້ຳຄ່າໃນວິວັດການພັດທະນາປະເທດຊາດ

2026/3/1 | 11:30:09
(VOVWORLD) -  ຕອນເຊົ້າວັນທີ 01 ມີນາ, ຢູ່ເຂດອະນຸສາວະລີ ທ່ານ ຟ້າມວັນດົ່ງ ນາຍົກລັດຖະມົນຕີ ຫວຽດນາມ, ຕາແສງ ໂມ້ດຶກ, ແຂວງ ກວາງງ້າຍ ໄດ້ຈັດພິທີສະເຫຼີມສະຫຼອງ 120 ປີແຫ່ງວັນເກີດ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ (01 ມີນາ 1906 – 01 ມີນາ 2026).
(ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ເຫດການ)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເຫດການ, ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ຊີວິດ ແລະ ພາລະກິດການປະຕິວັດຂອງ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ທີ່ໄດ້ປະໄວ້ໃຫ້ມີຫຼາຍບົດຮຽນອັນລ້ຳຄ່າ, ແທດຈິງຕໍ່ພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ. ນັ້ນແມ່ນ: ຢືດໝັ້ນຕໍ່ອຸດົມຄະຕິ, ໝັ້ນຄົງເຂັ້ມແຂງຕໍ່ທຸກຄວາມຫຍຸ້ງຍາກ, ສິ່ງທົດສອບ, ຕະຫຼອດຊີວິດຈົງຮັກພັກດີຕໍ່ເປົ້າໝາຍເອກະລາດຊົນຊາດ ຕິດພັນກັບລັດທິສັງຄົມນິຍົມ; ສ້າງສາປະເທດຊາດເປັນຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ຖືປະຊາຊົນເປັນໃຈກາງ… ໂດຍສະແດງຄວາມຮູ້ບູນຄຸນ ແລະ ຕອບບຸນແທນຄຸນຢ່າງເລິກເຊິ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນຄວາມຕັດສິນໃຈຈະສືບທອດ ແລະ ເສີມຂະຫຍາຍບັນດາຄຸນຄ່າ, ມໍລະດົກອັນໃຫຍ່ຫຼວງທີ່ ທ່ານນາຍົກລັດຖະມົນຕີ ຟ້າມວັນດົ່ງ ໄດ້ປະໄວ້ໃຫ້ລຸ້ນຫຼັງ, ໃຫ້ແກ່ພາລະກິດສ້າງສາປະເທດ ຫວຽດນາມ ຮັ່ງມີເຂັ້ມແຂງ, ວັດທະນາຖາວອນ, ສີວິໄລ, ຜາສຸກ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ.

TAG
VOV/VOVworld/ສິ່ງ​ທົດ​ສອບ/ຕະ​ຫຼອ​ດ/​ຊີ​ວິດ/ຈົງ​ຮັກ​ພັກ​ດີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ