(vovworld) - ໃນຂອບເຂດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 26/4, ພາຍຫຼັງການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ພົບປະກັບທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້, ຜູ້ປະຈຳການຄະນະເລຂາທິການ ແລະ ຮອງປະທານປະເທດ ພັນຄຳ ວິພາວັນ, ຕ້ອນຮັບທ່ານປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ ວິໄລວອງ ບຸດດາຄຳ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້
|
ທີ່ການພົບປະກັບທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ແລະ ຜູ້ປະຈຳການຄະນະເລຂາທິການ, ຮອງປະທານປະເທດ ລາວ ທ່ານ ພັນຄຳ ວິພາວັນ, ໄດ້ເນັ້ນໜັກວ່າການຢ້ຽມຢາມລາວ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະປະກອບສ່ວນສຳຄັນ ໃນການປັບປຸງ ແລະ ພັດທະນາການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດຢ່າງບໍ່ຢຸດຢັ້ງ, ພິເສດ, ໃນສະພາບການທີ່ ພັກ, ລັດ, ລັດຖະບານ ແລະ ປະຊາຊົນ 2 ປະເທດ ພວມຕ້ອນຮັບປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017.
ແລະກໍ່ໃນຕອນບ່າຍວັນທີ 26/4, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບຄະນະຜູ້ແທນສະມາຄົມມິດຕະພາບ ລາວ - ຫວຽດນາມ ໂດຍທ່ານ ວິໄລວອງ ບຸດດາຄຳ, ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສະມາຄົມນຳໜ້າ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ສະມາຄົມສືບຕໍ່ມານະພະຍາຍາມ, ມີການເຄື່ອນໄຫວທີ່ອຸດົມສົມບູນຫຼາຍຢ່າງ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດ.




