logo

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ: ຫວຽດນາມ ບໍ່ມີວັນທີ່ຈະຜ່ອນສັ້ນຜ່ອນຍາວຕໍ່ທຸກສິ່ງທີ່ຂຶ້ນກັບ ເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ

2019/10/21 | 11:14:00
(VOVWORLD) -ນັບແຕ່ຕົ້ນປີມາຮອດປັດຈຸບັນ, ສະພາບການຢູ່ເຂດທະເລຕາເວັນອອກ ຜັນແປຢ່າງສັບສົນ, ໃນນັ້ນ ມີີການລະເມີດເຂດທະເລຂອງຫວຽດນາມຢ່າງໜັກ ທີ່ໄດ້ກໍານົດຕາມກົດໝາຍສາກົນ, ໄປຝືນກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ບັນດາຂໍ້ຕົກລົງຂັ້ນສູງສະບັບອື່ນໆ. 
 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມ (ພາບ: quochoi.vn)

 ຕອນເຊົ້າວັນທີ 21 ຕຸລາ, ເມື່ອສະເໜີບົດລາຍງານກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ປີ 2019; ແຜນການພັດທະນາເສດຖະກິດ-ສັງຄົມ ປີ 2020 ຢູ່ວາລະໄຂກອງປະຊຸມຄັ້ງທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ນັບແຕ່ຕົ້ນປີມາຮອດປັດຈຸບັນ, ສະພາບການຢູ່ເຂດທະເລຕາເວັນອອກ ຜັນແປຢ່າງສັບສົນ, ໃນນັ້ນ ມີີການລະເມີດເຂດທະເລຂອງຫວຽດນາມຢ່າງໜັກ ທີ່ໄດ້ກໍານົດຕາມກົດໝາຍສາກົນ, ໄປຝືນກັບຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ບັນດາຂໍ້ຕົກລົງຂັ້ນສູງສະບັບອື່ນໆ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ພັກ ແລະ ລັດ ຫວຽດນາມ ມີແຜນນະໂຍບາຍຢ່າງສະເໝີຕົ້ນສະເໝີປາຍຕໍ່ທຸກສິ່ງທີ່ຂຶ້ນກັບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງພວກເຮົາ ແມ່ນບໍ່ມີວັນທີ່ຈະ ຜ່ອນສັ້ນຜ່ອນຍາວ; ພ້ອມທັງຮັກສາສະພາບແວດລ້ອມທີ່ສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ. ຫວຽດນາມ ໄດ້, ກໍາລັງ ແລະ ສືບຕໍ່ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ດ້ວຍຫຼາຍວິທີທີ່ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ຕໍ່ສູ້ໃນສະພາບຕົວຈິງ; ພ້ອມທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ ແລະ ການພົວພັນມິດຕະພາບ, ຮ່ວມມືກັບບັນດາປະເທດ. ແຜນນະໂຍບາຍຖືກຕ້ອງ, ຫຼັກໝັ້ນອັນຊອບທໍາ ແລະ ບັນດາຄວາມມານະພະຍາຍາມຂອງພັກ, ລັດ ຫວຽດນາມ ທີ່ໄດ້ຮັບຄວາມເຫັນດີເຫັນພ້ອມ, ຮ່ວມແຮງຮ່ວມໃຈຂອງປະຊາຊົນໃນທົ່ວປະເທດ ແລະ ການສະໜັບສະໜູນຢ່າງກວ້າງຂວາງຈາກປະຊາຄົມສາກົນ”.

        ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ປັບປຸງກໍາລັງຄວາມສາມາດບົ່ມຊ້ອນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສົມທົບຢ່າງແໜ້ນແຟ້ນປະຕິບັດໜ້າທີ່ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງມີປະສິດທິຜົນ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ; ຢຶດໝັ້ນຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ; ສືບຕໍ່ປັບປຸງການພົວພັນກັບບັນດາປະເທດ ແລະ ຄູ່ຮ່ວມມືໃຫ້ດີຍິ່ງໆຂຶ້ນ.


TAG
VOV/VOVworld/ຜ່ອນສັ້ນຜ່ອນຍາວ/ເອກະລາດ/ອະທິປະໄຕ/ຜືນແຜ່ນດິນອັນຄົບຖ້ວນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ