ທ່ານປະທານປະເທດ ເລືອງເກືອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ (ພາບ: VOV)
|
ຕອນເຊົ້າວັນທີ 26 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກືອງ ໄດ້ພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ທີ່ພວມຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນລະຫວ່າງວັນທີ 26 ມັງກອນ ຫາວັນທີ 27 ມັງກອນ 2026.
ທີ່ການພົບປະ, ທ່ານປະທານປະເທດ ເລືອງເກືອງຢັ້ງຢືນວ່າການພົວພັນສອງປະເທດສືບຕໍ່ພັດທະນາຢ່າງຮອບດ້ານ, ມີປະສິດທິຜົນໃນຫຼາຍຂົງເຂດ. ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ທ່ານປະທານປະເທດ ໃຫ້ຮູ້ວ່າສອງຝ່າຍສືບຕໍ່ກຳນົດການ ຫຸ້ນສ່ວນຍຸດທະສາດໃນການພົວພັນດ້ານການເມືອງ ແມ່ນເສົາຄ້ຳ, ສວມບົດບາດກຳນົດທິດສັງລວມໃຫ້ແກ່ການຮ່ວມມືສອງຝ່າຍ.
ສ່ວນທ່ານທອງລຸນ ສີສຸລິດ ສະແດງຄວາມດີໃຈເມື່ອມາຢ້ຽມຢາມທາງລັດຖະກິດຫວຽດນາມ ໃນຖານະເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ພາຍຫຼັງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດ ຫວຽດນາມ ຈັດຕັ້ງສຳເລັດ ກອງປະຊຸມໃຫຍ່ຂອງຕົນ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ພົບປະກັບທ່ານເລຂາທິການໃຫຍ່ປະທານປະເທດ ລາວ ທອງລຸສີສຸລິດ. ທີການພົບປະ, ການນຳສອງຝ່າຍໄດ້ຖືວ່າໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ຊຸກຍູ້ການຮ່ວມມືຢ່າງແຮງ, ມີປະສິດທິຜົນ ແລະ ແທດຈິງກວ່າອີກ ເພື່ອນຳການຮ່ວມມືເສດຖະກິດກາຍເປັນເສົາຄ້ຳຢ່າງແຮງ, ສົມກັບລະດັບຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ພິເສດລະຫວ່າງສອງປະເທດ. ສອງຝ່າຍມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າສອງສົ້ນຂຶ້ນລະດັບ 5 – 10 ຕື້ USD ໃນໄລຍະຈະມາເຖິງ.




