logo

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ: ຄຸນນະພາບຂອງກົດໝາຍແມ່ນປັດໃຈຕັດສິນ

2026/3/2 | 09:36:34
(VOVWORLD) - ກອງປະຊຸມຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 02 ມີນາ, ຢູ່ ຮ່າໂນ້ຍ. ກອງປະຊຸມໄດ້ແບ່ງເປັນ 2 ວາລະ: ວາລະທີ 1 ຈັດຂຶ້ນໃນວັນທີ 02 ມີນາ ແລະ ວາລະທີ 2 ຈັດຂຶ້ນໃນວັນທີ 16 – 17 ມີນາ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ,  ກ່າວຄຳເຫັນທີ່ກອງປະຊຸມ)

ກ່າວຄຳເຫັນທີ່ພິທີໄຂກອງປະຊຸມຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດໃນຕອນເຊົ້າວັນທີ 02 ມີນາ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ສະເໜີໃຫ້ບັນດາສະມາຊິກຂອງຄະນະປະຈຳສະພາແຫ່ງຊາດ ຕ້ອງກວດກາຮ່າງກົດໝາຍຢ່າງລະອຽດລະອໍ; ສຸມໃສ່ເຮັດແຈ້ງບັນດາບັນຫາທີ່ຍັງຄົງຄ້າງ, ບັນດານະໂຍບາຍຍັງມີການຄັດເລືອກ, ເນື້ອໃນທີ່ຕ້ອງຂໍຄຳເຫັນຊີ້ນຳ ເພື່ອເປັນເອກະພາບ ກ່ອນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດ.

“ທັດສະນະລວມ, ເຮັດຮອດໃສແມ່ນຕ້ອງໜັກແໜ້ນຮອດນັ້ນ, ຄຸນນະພາບແມ່ນປັດໃຈຕັດສິນ. ພວກເຮົາຕ້ອງກະກຽມລະບຽບການຢ່າງຄົບຖ້ວນ, ມີຄຸນນະພາບເພື່ອຮັບຮອງເອົາ, ບໍ່ຕ້ອງບັງຄັບຕ້ອງຮັບຮອງເອົາກົດໝາຍ 9,10 ສະບັບ, ຫາກບັນຫາແມ່ນຕ້ອງມີຄຸນນະພາບ. ນີ້ແມ່ນບັນດາບັນຫາທີ່ໄດ້ວາງອອກ. ຂ້າພະເຈົ້າສະເໜີກວດກາຄືນບັນດາການສະເໜີຂອງອົງການຍື່ນສະເໜີຢ່າງລະອຽດອ່ອນ ເພື່ອເຮັດແນວໃດຮັບປະກັນລະບຽບການ, ຮັບປະກັນເວລາ ແລະ ຮັບປະກັນຄຸນນະພາບ”.

TAG
VOV/VOVworld/ນະ​ໂຍ​ບາຍ/​ຄັດ​ເລືອກ/ເນື້ອ​ໃນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ