logo

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກເຖິງບັນດາບົດຮຽນໃນວຽກງານເລືອກຕັ້ງ

2026/2/26 | 09:38:40
(VOVWORLD) - ວຽກງານກະກຽມມາຮອດປະຈຸບັນແມ່ນໄປຖືກຕາມໄລຍະຄວາມຄືບໜ້າ, ຖືກຕາມກົດໝາຍ, ຄົບຊຸດ ແລະ ເຂັ້ມງວດໂດຍພື້ນຖານ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ   ກ່າວຄຳເຫັນທີ່ກອງປະຊຸມ)

        ກ່າວຄຳເຫັນສະຫຼຸບກອງປະຊຸມທາງໄກທົ່ວປະເທດ ຜັນຂະຫຍາຍວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 26 ກຸມພາ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ປະທານສະພາເລືອກຕັ້ງແຫ່ງຊາດ, ໄດ້ເນັ້ນໜັກເຖິງບັນດາບົດຮຽນກ່ຽວກັບການເສີມຂະຫຍາຍນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ ກໍຄືຂໍ້ມູນລຸລ່ວງເພື່ອຮັບປະກັນຄວາມເປີດເຜີຍ, ໂປ່ງໃສ, ປະຊາທິປະໄຕ.

        ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຕີລາຄາວ່າ ວຽກງານກະກຽມມາຮອດປະຈຸບັນແມ່ນໄປຖືກຕາມໄລຍະຄວາມຄືບໜ້າ, ຖືກຕາມກົດໝາຍ, ຄົບຊຸດ ແລະ ເຂັ້ມງວດໂດຍພື້ນຖານ. ຍົກອອກບັນດາບົດຮຽນຈາກການເລືອກຕັ້ງປີ 2021 ເພື່ອໃຫ້ບັນດາທ້ອງຖິ່ນເອົາໃຈໃສ່, ປະຕິບັດໃຫ້ເປັນຢ່າງດີ. ທ່ານໃຫ້ຮູ້ວ່າ:

        “ທີ 1, ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ຄວາມເຊື່ອໝັ້ນ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ການເຂົ້າຮ່ວມຢ່າງຕັ້ງໜ້າຂອງທັງລະບົບການເມືອງແມ່ນປັດໄຈຕັດສິນ, ຮັບປະກັນໃຫ້ແກ່ຜົນສຳເລັດຂອງການເລືອກຕັ້ງ. ທີ 2, ການຊີ້ນຳນຳພາຢ່າງໃກ້ສິດຂອງຄະນະພັກທຸກຂັ້ນແມ່ນປັດໄຈສຳຄັນແຖວໜ້າເພື່ອຮັບປະກັນໄຊຊະນະຂອງການເລືອກຕັ້ງ. ທີ 3, ປະຕິບັດວຽກງານຖະແຫຼງຂ່າວໃຫ້ເປັນຢ່າງດີ, ໂຄສະນາຢ່າງເລິກເຊິ່ງ, ກວ້າງຂວາງ, ມີຈຸດສຸມ, ຈຸດໜັກໄປສູ່ປະຊາຊົນທຸກຄົນ. ຮັບປະກັນຄວາມເປີດເຜີຍ, ໂປ່ງໃສ, ມີປະຊາທິປະໄຕໃນແຕ່ລະວຽກງານກະກຽມການເລືອກຕັ້ງ.”

TAG
VOV/VOVworld/ຖືກ​ຕາມ/​ກົດ​ໝາຍ/​ຄົບ​ຊຸດ/ເຂັ້ມ​ງວ​ດ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ