logo

ທ່ານປະທານສະພາແຫ່ງຊາດໄປກວດກາວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ຢູ່ ດົ່ງນາຍ

2026/3/5 | 11:02:00
(VOVWORLD) - ທ່ານປະທານສະພາແຫ່ງຊາດ ກໍ່ໃສ່ໃຈເປັນພິເສດເຖິງເລື່ອງ ເປັນເຈົ້າການຄົ້ນຄວ້າ, ນຳໃຊ້ວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນຢ່າງຊັດເຈນ ເພື່ອກຳແໜ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ບໍ່ໃຫ້ຂາດຜູ້ໃດ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ເຮັດວຽກກັບຄະນະກຳມະການເລືອກຕັ້ງແຂວງ ດົ່ງນາຍ)

        ຕອນເຊົ້າວັນທີ 05 ມີນາ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ໄປກວດກາຕົວຈິງການກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16, ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຢູ່ແຂວງ ດົ່ງນາຍ.

        ເມື່ອເຮັດວຽກກັບຄະນະກຳມະການເລືອກຕັ້ງແຂວງ ດົ່ງນາຍ, ພາຍຫຼັງຮັບຟັງບົດລາຍງານຂອງແຂວງ ດົ່ງນາຍ, ກ່າວຄຳເຫັນສະຫຼຸບທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ຮຽກຮ້ອງວ່າ:

 “ຂ້າພະເຈົ້າປາດຖະໜາວ່າ ດົ່ງນາຍ ຈະບໍ່ເລືອກຕັ້ງູ່ຂັ້ນຕາແສງ, ຂັ້ນແຂວງ ແລະ ຈຳນວນສະມາຊິກສະພາແຫ່ງຊາດຄືນອີກ. ທີ 2, ຂ້າພະເຈົ້າເໜີໃຫ້ຜູ້ສະໝັກຮັບເລືອກຕັ້ງຕ້ອງພົບປະຢ່າງເຂັ້ມວດ ດ້ວຍຮູບແບບໂດຍກົງ, ທາງໄກ ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຮູ້ຈັກເຖິງຜູສະໝັກຮັເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ 3 ຂັ້ນ. ການພົບປະນີ້ເພື່ອໃຫ້ໃກ້ຊິດກັບປະຊາຊົນ, ກຳແໜ້ນຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.

ນອກນັ້ນ, ທ່ານປະທານສະພາແຫ່ງຊາດ ກໍ່ໃສ່ໃຈເປັນພິເສດເຖິງເລື່ອງ ເປັນເຈົ້າການຄົ້ນຄວ້າ, ນຳໃຊ້ວິທະຍາສາດເຕັກໂນໂລຊີ, ການຫັນເປັນດີຈີຕອນຢ່າງຊັດເຈນ ເພື່ອກຳແໜ້ນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ບໍ່ໃຫ້ຂາດຜູ້ໃດ. 

TAG
VOV/VOVworld/ຄົ້ນ​ຄວ້າ/ວິ​ທະ​ຍາ​ສາດ/​ເຕັກ​ໂນ​ໂລ​ຊີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ