logo

ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນກວາງ​ເຟືອງ: ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ປະ​ຕິ​ບັດ​ສິດ ແລະ ພັນ​ທະ​ຂອງ​ຕົນ

2026/3/9 | 09:09:57
(VOVWORLD) - ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງໃສ່ໃຈວ່າທາງແຂວງ ຕ້ອງຍູ້ແຮງວຽກງານໂຄສະນາ, ຮັບປະກັນຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍ, ຂົນຂວາຍເລືອກຕັ້ງຢ່າງຖືກຕ້ອງ, ຄົບຖ້ວນ, ບໍ່ຂາດຜູ້ໃດ.
 ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ວັນທີ 9 ມີນາ, ຄະນະປະຕິບັດງານໂດຍ ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ເປັນຫົວໜ້າຄະນະ, ໄດ້ມີການກວດກາ, ຕິດຕາມກວດກາວຽກງານຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພທົ່ວສັງຄົມໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໃນບໍລິເວນແຂວງ ກາເມົາ. ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງໃສ່ໃຈວ່າທາງແຂວງ ຕ້ອງຍູ້ແຮງວຽກງານໂຄສະນາ, ຮັບປະກັນຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍ, ຂົນຂວາຍເລືອກຕັ້ງຢ່າງຖືກຕ້ອງ, ຄົບຖ້ວນ, ບໍ່ຂາດຜູ້ໃດ. ທາງແຂວງສ້າງເງື່ອນໄຂໃຫ້ແກ່ຜູ້ມີເລືອກຕັ້ງປະຕິບັດສິດ ແລະ ພັນທະຂອງຕົນ, ໃນນັ້ນມີຜູ້ມີສິດເລືອກຕັ້ງເປັນຊາວປະມົງໄປຫາປາຢູ່ໄກຝັ່ງ, ມີຮູບແບບໂຄສະນາ, ຂົນຂວາຍໃຫ້ສອດຄ່ອງເພື່ອໃຫ້ເຂົາເຈົ້າເຂົ້າຮ່ວມການເລືອກຕັ້ງຢ່າງຄົບຖ້ວນ. ພິເສດສ້າງເງື່ອນໄຂໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ, ເຂດປະສົບກັບຄວາມຫຍຸ້ງຍາກ, ຜູ້ເຖົ້າຜູ້ແກ່ຢູ່ປຽວ, ຄົນພິການກໍ່ເຂົ້າຮ່ວມ ແລະ ປ່ອນບັດຢ່າງຄົບຖ້ວນ.

TAG
VOV/VOVworld/ຜູ້​ມີ​ສິດ​ເລືອກ​ຕັ້ງ​/ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ