logo

ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄປກວດກາວຽກງານກະກຽມການເລືອກຕັ້ງຢູ່ ແທັງຮວາ

2026/3/11 | 08:38:29
(VOVWORLD) - ວຽກງານສ້າງຕັ້ງບັນດາໜ່ວຍຮັບຜິດຊອບການເລືອກຕັ້ງ, ສ້າງບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ກະກຽມພື້ນຖານດ້ານວັດຖຸຢູ່ບັນດາເຂດປ່ອນບັດໄດ້ປະຕິບັດຢ່າງເຂັ້ມງວດ, ຕິດແທດກັບຂໍ້ກຳນົດຂອງກົດໝາຍ.
(ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ, ກວດກາວຽກງານກະກຽມການເລືອກຕັ້ງ)

ວັນທີ 10 ມີນາ, ທ່ານ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປກວດກາ ແລະ ເຮັດວຽກກັບຄະນະກຳມະການເລືອກຕັ້ງຕາແສງ ຝູລວງ, ແຂວງ ແທັງຮວາ ກ່ຽວກັບວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031.

ທີ່ລາຍການເຮັດວຽກ, ທ່ານ ເຈິ່ນຢຸຍຕຽນ, ປະທານຄະນະກຳມະການປະຊາຊົນຕາແສງ ຝູລວງ ໃຫ້ຮູ້ວ່າ ວຽກງານສ້າງຕັ້ງບັນດາໜ່ວຍຮັບຜິດຊອບການເລືອກຕັ້ງ, ສ້າງບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ກະກຽມພື້ນຖານດ້ານວັດຖຸຢູ່ບັນດາເຂດປ່ອນບັດໄດ້ປະຕິບັດຢ່າງເຂັ້ມງວດ, ຕິດແທດກັບຂໍ້ກຳນົດຂອງກົດໝາຍ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ເນັ້ນໜັກວ່າ ການເລືອກຕັ້ງຄັ້ງນີ້ແມ່ນເຫດການການເມືອງສຳຄັນ, ສະນັ້ນ ທ້ອງຖິ່ນຕ້ອງບໍ່ປະໝາດໃນບໍ່ວ່າຂອດໄດ. ທຸກວຽກງານຕ້ອງໄດ້ຮັບການກະກຽມຢ່າງລະອຽດລະອໍ, ເຂັ້ມງວດ, ຮັບປະກັນໃຫ້ຖືກຕາມຂໍ້ກຳນົດ, ຄວາມຄືບໜ້າ ເພື່ອໃຫ້ວັນເລືອກຕັ້ງກາຍເປັນວັນບຸນຂອງທົ່ວປວງຊົນຢ່າງແທ້ຈິງ.

TAG
VOV/VOVworld/​ກະ​ກຽມ/ລະ​ອຽດ​ລະ​ອໍ/ເຂັ້ມງວດ/ຮັບ​ປະ​ກັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ