logo

ທ່ານເລ​ຂາ​ການ​ໃຫຍ່ ໂຕ​ເລິມ: ຢຶດ​ໝັ້ນ​ກັບ​ເປົ້າ​ໝາຍ​ສູງ​ສຸດ​ ນັ້ນ​ແມ່ນ​ການ​ດູ​ແລ​ສຸ​ຂະ​ພາບ​ໃຫ້​ແກ່​ທົ່ວ​ປວງ​ຊົນ

2026/2/27 | 10:54:58
(VOVWORLD) -   ຕອນບ່າຍວັນທີ 27 ກຸມພາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນພະນັກງານການແພດໂຮງໝໍມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງວັນແພດໝໍ ຫວຽດນາມ ຄົບຮອບ 71 ປີ (27/02/1955 – 27/02/2026).
ບັນຍາກາດການພົບປະ

 ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເນັ້ນໜັກວ່າ ປະເທດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ຮຽກຮ້ອງໃຫ້ວາງອອກສຳລັບຂະແໜງສາທາລະນະສຸກນັບມື້ນັບສູງ, ພິເສດໃນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະ ມະຕິເລກທີ 72 ຂອງກົມການເມືອງ ວ່າດ້ວຍບາງມາດຕະການບຸກທະລຸ, ເພີ່ມທະວີການປ້ອງກັນ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີວ່າ:

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ

“ຕ້ອງຢຶດໝັ້ນກັບເປົ້າໝາຍສູງສຸດ ນັ້ນແມ່ນປະຕິບັດການດູແລສຸຂະພາບໃຫ້ແກ່ທົ່ວປວງຊົນ, ຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ເຂົ້າເຖິງ ແລະ ນຳໃຊ້ການບໍລິການສາທາລະນະສຸກຢ່າງທັນການ, ມີຄຸນນະພາບ ແລະ ຍຸຕິທຳ. ບໍ່ໃຫ້ຄົນເຈັບຜູ້ໃດ ບໍ່ໄດ້ຮັບການເບິ່ງແຍງດູແລ. ບໍ່ໃຫ້ໄລຍະຫ່າງດ້ານພູມີສາດ, ເງື່ອນໄຂເສດຖະກິດ ຫຼືເງື່ອນໄຂສັງຄົມ ກາຍເປັນຮົ້ວກີດຂວາງສຳລັບສິດເບິ່ງແຍງດູແລສຸຂະພາບຂອງປະຊາຊົນ. ຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ຖືຄົນເຈັບເປັນໃຈກາງໃນທຸກການເຄື່ອນໄຫວ”.

ວັນຫຽວ

TAG
VOV/VOVworld/ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ/ດູ​ແລ​ສຸ​ຂະ​ພາບ​ຂອງ​ທົ່ວ​ປວງ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ