(ທີ່ພິທີຕ້ອນຮັບເປັນທາງການ) |
ຕອນເຊົ້າວັນທີ 05 ກຸມພາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດປະເທດ ສປປ.ລາວ. ການຢ້ຽມຢາມດຳເນີນໄປໃນວັນທີ 05 ກຸມພາ, ໂດຍປະຕິບັດຕາມຄຳເຊີນຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ.
ພິທີຕ້ອນຮັບເປັນທາງການທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ ຕາມພິທີສູງສຸດສະຫງວນໃຫ້ປະມຸກລັດ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບ.
ການໄປປະຕິບັດງານຂອງທ່ານເລຂາທິການໃຫຍ່ ໂຕເລິມ ຈະສືບຕໍ່ນຳການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ບັນລຸປະສິດທິຜົນສູງກວ່າເກົ່າ, ເປັນແກ່ນສານຍຸດທະສາດກຳນົດທິດທາງສັງລວມການພົວພັນຮ່ວມມືລະຫວ່າງ 2 ປະເທດ, ຕາມນັ້ນແລ້ວ, 2 ຝ່າຍກໍ່ຈະສືບຕໍ່ເພີ່ມທະວີການຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາຍຸດທະສາດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ, ການພັດທະນາຢູ່ແຕ່ລະປະເທດ, ຮັກສາບັນດາກົນໄກແລກປ່ຽນ, ການພົບປະຂັ້ນສູງລະຫວ່າງ 2 ພັກ, 2 ລັດຢ່າງເປັນປະຈຳ ແລະ ມີປະສິດທິຜົນ.




