logo

ທ່ານເລຂາທິການໃຫຍ່ ໂຕເລິມ ດຳເນີນການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ

2026/2/5 | 10:56:00
(VOVWORLD) - ການນຳ 2 ທ່ານໄດ້ເປັນເອກະພາບຢ່າງສູງບົນພື້ນຖານຄວາມຮັບຮູ້ລວມຂອງສາຍພົວພັນສາມັກຄີແບບພິເສດ, ໃນນັ້ນ ສືບຕໍ່ໃຫ້ບຸລິມະສິດສູງ, ຜັນຂະຫຍາຍບັນດາເນື້ອໃນຂອງຂໍ້ຕົກລົງຂັ້ນສູງ, ຖະແຫຼງການຮ່ວມລະຫວ່າງ 2 ປະເທດ
(ທີ່ການພົບປະເຈລະຈາ)

ຕອນເຊົ້າວັນທີ 05 ກຸມພາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດປະເທດ ສປປ.ລາວ. ການຢ້ຽມຢາມດຳເນີນໄປໃນວັນທີ 05 ກຸມພາ, ໂດຍປະຕິບັດຕາມຄຳເຊີນຂອງທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ.ລາວ.

        ພິທີຕ້ອນຮັບເປັນທາງການທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ ຕາມພິທີສູງສຸດສະຫງວນໃຫ້ປະມຸກລັດ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບ. 

ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ ໂຕເລິມ ດຳເນີນການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

(ທ່ານເລຂາທິການໃຫຍ່ ໂຕເລິມ ທີ່ການພົບປະເຈລະຈາ)

        ທີ່ການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ:

        “ບັນດາການຢ້ຽມຢາມຂັ້ນສູງແມ່ນໂອກາດສຳຄັນຍິ່ງ ເພື່ອໃຫ້ພວກເຮົາແລກປ່ຽນກ່ຽວກັບບັນດາການກຳນົດທິດໃຫຍ່ໃນການພົວພັນລະຫວ່າງ 2 ພັກ, 2 ລັດ, ພ້ອມກັນນັ້ນ ກໍ່ເປັນເອກະພາບບັນດາເນື້ອໃນຈຸດສຸມການຮ່ວມມື ເພື່ອຫັນເປັນລະອຽດ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກໃນອາຍຸການໃໝ່ໃຫ້ມີປະສິດທິຜົນ. ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຖືບັນດາຜົນສຳເລັດຂອງພັກ, ລັດ ແລະ ປະຊາຊົນ ລາວ ແມ່ນຄວາມປິຕິຊົມຊື່ນລວມ, ຍາມໃດກໍ່ເຊື່ອໝັ້ນ, ສະໜັບສະໜູນຢ່າງແຮງຕໍ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດລາວ. ພວກຂ້າພະເຈົົ້າກໍ່ພ້ອມແລ້ວທີ່ຈະພ້ອມກັບພັກປະຊາຊົນປະຕິວັດລາວ ສືບຕໍ່ເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເລິກເຊິ່ງກວ່າເກົ່າ, ຖືນີ້ແມ່ນຊັບສົມບັດອັນລ້ຳຄ່າ, ແມ່ນກົດເກນການພັດທະນາ, ແມ່ນປັດໄຈຮັບປະກັນໃຫ້ບັນດາໄຊຊະນະຂອງພາລະກິດການປະຕິວັດຂອງແຕ່ລະປະເທດໃນມື້ນີ້ ແລະ ໃນອະນາຄົດ”.

(ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ)

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເລືອກເອົາປະເທດ ລາວ ເປັນປະເທດທຳອິດໄປຢ້ຽມຢາມ ໃນຖານະຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIV; ພ້ອມກັນນັ້ນ, ທ່ານກໍ່ຢືນຢັນວ່າ ການໄປຢ້ຽມຢາມທາງລັດຖະກິດປະເທດ ລາວ ຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ມີຄວາມໝາຍສຳຄັນພິເສດໃນປະຫວັດສາດຂອງການພົວພັນ 2 ປະເທດ.

        ການນຳ 2 ທ່ານໄດ້ເປັນເອກະພາບຢ່າງສູງບົນພື້ນຖານຄວາມຮັບຮູ້ລວມຂອງສາຍພົວພັນສາມັກຄີແບບພິເສດ, ໃນນັ້ນ ສືບຕໍ່ໃຫ້ບຸລິມະສິດສູງ, ຜັນຂະຫຍາຍບັນດາເນື້ອໃນຂອງຂໍ້ຕົກລົງຂັ້ນສູງ, ຖະແຫຼງການຮ່ວມລະຫວ່າງ 2 ປະເທດທີ່ບັນລຸໄດ້ໃນເດືອນ ທັນວາ 2025, ກໍຄືໝາກຜົນການຢ້ຽມຢາມທາງລັດຖະກິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄປຢ້ຽມຢາມ ຫວຽດນາມ ໃນໄລຍະຜ່ານມາ (ວັນທີ 26 – 27 ມັງກອນ) ໃຫ້ມີປະສິດທິຜົນ. ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບນຳກັນໂດຍຖືວ່າ 2 ຝ່າຍຈະສືບຕໍ່ປ່ຽນແປງໃໝ່ຮູບແບບການຮ່ວມມື, ຍົກລະດັບຄຸນນະພາບ ແລະ ປະສິດທິຜົນຕາມທິດນັບມື້ນັບແທດຈິງ; ສະໜິດຕິດພັນລະຫວ່າງວິໄສທັດຍຸດທະສາດ ແລະ ການກະທຳລະອຽດຢ່າງແໜ້ນແຟ້ນ, ພ້ອມກັນນັ້ນ ກໍ່ເພີ່ມທະວີການສົມທົບຍຸດທະສາດລະຫວ່າງ 2 ພັກ, 2 ລັດ.

        ເນື່ອງໃນໂອກາດນີ້, ການນຳ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະ ພາກພື້ນຢ່າງເລິກເຊິ່ງ, ກວ້າງຂວາງ.

        ສິ້ນສຸດການພົບປະເຈລະຈາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີແລກປ່ຽນເອກະສານການຮ່ວມມືສຳຄັນຫຼາຍສະບັບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ອົງການທີ່ກ່ຽວຂ້ອງຂອງ 2 ປະເທດໃນຫຼາຍຂົງເຂດ; ສືບຕໍ່ສ້າງພື້ນຖານນິຕິກຳ ແລະ ກຳລັງໜູນໃໝ່, ຫັນເນື້ອໃນຫຸ້ນສ່ວນຍຸດທະສາດໃນການພົວພັນຮ່ວມມືລະຫວ່າງ 2 ປະເທດໃຫ້ປະກົດຜົນເປັນຈິງ.

TAG
VOV/VOVworld/ຮູບ​ແບບ​/ການ​ຮ່ວມ​ມື/​ຄຸນ​ນະ​ພາບ/ປະ​ສິດ​ທິ​ຜົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ