logo

ທ່ານເລຂາທິການໃຫຍ່ ໂຕເລິມ ດຳເນີນການພົບສົນທະນາກັບນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດ ລາວ

2026/2/5 | 12:07:45
(VOVWORLD) - ໃນຂອບເຂດການຢ້ຽມຢາມທາງລັດຖະກິດປະເທດ ສປປ.ລາວ, ຕອນບ່າຍວັນທີ 05 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ລາວ.
(ທ່ານເລຂາທິການໃຫຍ່ ໂຕເລິມ ດຳເນີນການພົບປະສົນທະນາກັບທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ)

        ການນຳ 2 ຝ່າຍໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງໃນຫຼາຍຂົງເຂດ, ເນັ້ນໜັກວ່າ 2 ຝ່າຍຕ້ອງຮີບເຮັ່ງ, ເດັດດ່ຽວຫັນເປັນລະອຽດ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 2 ພັກ, 2 ລັດຖະບານໃຫ້ມີປະສິດທິຜົນ; ພ້ອມກັນນັ້ນ, ກໍ່ສ້າງເງື່ອນໄຂສະດວກກວ່າໃຫ້ແກ່ວິສາຫະກິດ 2 ປະເທດລົງທຶນ, ດຳເນີນທຸລະກິດຢ່າງຍາວນານຢູ່ແຕ່ລະຝ່າຍ. 2 ຝ່າຍເຫັນດີເປັນເອກະພາບສົມທົບກັນສ້າງແຜນການ ແລະ ຈັດບັນດາວັນບຸນໃຫຍ່ໃຫ້ເປັນຢ່າງດີ; ສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ, ພາກພື້ນ, ບັນດາກົນໄກອະນຸພາກພື້ນ; ປັບປຸງຄວາມສາມັກຄີ, ບົດບາດໃຈກາງຂອງ ອາຊຽນ, ແລະ ຮັກສາສຽງເວົ້າລວມຂອງ ອາຊຽນ ໃນບັນດາບັນຫາຍຸດທະສາດຂອງພາກພື້ນ.

(ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະສົນທະນາກັບທ່ານປະທານສະພາແຫ່ງຊາດ ໄຊສົມພອມ ພົມວິຫານ)

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ໄດ້ພົບປະສົນທະນາກັບທ່ານ ໄຊສົມພອມ ພົມວິຫານ, ປະທານສະພາແຫ່ງຊາດ ລາວ.

        ການນຳ 2 ທ່ານໄດ້ເຫັນເອກະພາບເພີ່ມທະວີການຕິດຕາມການຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ 2 ປະເທດໃຫ້ມີປະສິດທິຜົນ; ສືບຕໍ່ແລກປ່ຽນບັນດາການຢ້ຽມຢາມຂັ້ນສູງ, ການຢ້ຽມຢາມຂອງການນຳ 2 ສະພາແຫ່ງຊາດ ແລະ ບັນດາກຳມາທິການສະພາແຫ່ງຊາດເປັນປະຈຳ, ເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ຄວາມໝັ້ນຄົງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການພົບປະແລກປ່ຽນປະຊາຊົນທ້ອງຖິ່ນ.

TAG
VOV/VOVworld/ອະນຸ/ພາກພື້ນ/ປັບປຸງ/ສາມັກຄີ/ບົດບາດ/ໃຈກາງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ