logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ມາ​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສໍ​າມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ XII

2025/10/27 | 12:08:25
(VOVWORLD) -  ວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ໂດຍທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ນຳພາຄະນະມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີຄັ້ງທີ XII ລະຫວ່າງສອງພັກ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ (ພາບ: TTXVN)

ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສະໜັບສະໜູນລາວໃນວິວັດທະນາການປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດຢ່າງແຮງ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ປະສົບການ, ໃຫ້ບຸລິມະສິດສູງສຸດເພື່ອສະເໜີລາວ ຜັນຂະຫຍາຍບັນດາບັນຫາຍຸດທະສາດໃນອາຍຸການໃໝ່. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ວຽກງານທິດສະດີສວມບົດບາດສຳຄັນເປັນພິເສດສຳລັບທັງສອງພັກ. ຫົວຂໍ້ຂອງກອງປະຊຸມສຳມະນາປີນີ້ແມ່ນ “ສັບຊ້ອນ, ປັບປຸງການຈັດຕັ້ງກົງຈັກ ຂອງລະບົບການເມືອງ ຕອບສະໜອງຄຳຮຽກຮ້ອງພັດທະນາໃໝ່ - ປະສົບການຂອງ ຫວຽດນາມ, ປະສົບການຂອງລາວ” ແມ່ນເນື້ອໃນທີ່ມີລັກສະນະຍຸດທະສາດ, ໂດຍການນຳສອງພັກ, ສອງລັດ ໃຫ້ຄວາມເອົາໃຈໃສ່ເປັນພິເສດ ແລະ ໃຫ້ຄຳຊີ້ນຳຢ່າງໃກ້ຊິດ. ນີ້ແມ່ນໂອກາດເພື່ອໃຫ້ບັນດານັກຄຸ້ມຄອງ ແລະ ນັກວິທະຍາສາດສອງຝ່າຍແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງ, ເຮັດແຈ້ງບັນດາທັດສະນະທີ່ຄ້າຍຄືກັນໃນການກຳນົດທິດປະຕິຮູບຂອງ ຫວຽດນາມ ແລະ ລາວ; ແລກປ່ຽນກ່ຽວກັບບັນດາກຳນົດທິດສ້າງກົງຈັກກະທັດລັດ, ເປັນເອກະພາບ, ເຄື່ອນໄຫວຢ່າງມີປະສິດທິພາບປະສິດທິຜົນ, ໃກ້ຊິດກັບປະຊາຊົນ, ເພື່ອປະຊາຊົນ.

ວັນຫຽວ

TAG
VOV/VOVworld/ກອງ​ປະ​ຊຸມ​ສໍ​າ​ມະ​ນາ​ທິດ​ສະ​ດີ​ຄັ້ງ​ທີ XII ລະ​ຫວ່າງ​ສອງ​ພັກ/ກິ​ແກ້ວ ໄຂ​ຄຳ​ພິ​ທູນ/ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ