logo

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ປະ​ເທດ ສ​ປ​ປ. ລາວ ຄົບ​ຮອບ 50 ປີ

2025/12/2 | 08:59:29
(VOVWORLD) - ຕອນເຊົ້າວັນທີ 02 ທັນວາ, ຢູ່ສະໜາມຫຼວງ ພະທາດຫຼວງ, ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນສະຖາປະນາປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 – 2 ທັນວາ 2025). ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມ.
ບັນດາຜູ້ແທນເຂົ້າຮ່ວມພິທີໂຮມຊຸມນຸມມິດຕິງສະຫຼອງະຫຼອງວັນວັນສະຖາປະນາປະເທດ ສປປ. ລາວ ຄົບຮອບ 50 ປີ (ພາບ: TTXVN)

ເມື່ອອ່ານສູນທອນພົດໃນພິທີ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ.ລາວ ຢັ້ງຢືນວ່າ ປະເທດລາວ ສືບຕໍ່ຢຶດໝັ້ນແນວທາງການຕ່າງປະເທດສັນຕິພາບ, ເອກະລາດ, ມິດຕະພາບ ແລະ ຮ່ວມມືເພື່ອການພັດທະນາ, ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືກັບບັນດາເພື່ອນມິດ, ຄູ່ຮ່ວມມືພັດທະນາ; ໃນນັ້ນ, ສືບຕໍ່ເພີ່ມທະວີຄວາມສາມັກຄີ, ສາຍພົວພັນອັນສະໜິດແໜ້ນກັບບັນດາເພື່ອນມິດຍຸດທະສາດ; ສ້າງພື້ນຖານເອກະລາດ, ເປັນເຈົ້າຕົນເອງ, ຢຶດໝັ້ນເສັ້ນທາງພັດທະນາຢ່າງດຸ່ນດ່ຽງ, ກົມກ່ຽວລະຫວ່າງເສດຖະກິດກັບວັດທະນະທຳ - ສັງຄົມ ແລະ ສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ; ສືບຕໍ່ຂຸດຄົ້ນ ແລະ ເສີມຂະຫຍາຍທ່າແຮງ, ກຳລັງບົ່ມຊ້ອນ ແລະ ກຳລັງແຮງສັງລວມຂອງຊາດສົມທົບກັບກຳລັງແຮງຂອງຍຸກສະໄໝໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ບົນພື້ນຖານເຊີດຊູສະຕິຊົນຊາດ, ຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກ້າວເດີນສູ່ໂລກຢ່າງໝັ້ນແກ່ນ; ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ປະຊາຊົນຊົມໃຊ້ຜົນງານພັດທະນາຢ່າງຍຸຕິທຳ ແລະ ທົ່ວເຖິງ, ສ້າງຊີວິດອີ່ມໜຳສຳລານ, ສົມບູນພູນສຸກໃຫ້ແກ່ປະຊາຊົນຢ່າງບໍ່ຢຸດຢັ້ງ.

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມພິທີ (ພາບ: TTXVN)

ພາຍຫຼັງບົດກ່າວສູນທອນພົດຂອງທ່ານທອງລຸນ ສີສຸລິດເລຂາທິການໃຫຍ່, ປະທານປະເທດ ລາວ, ແມ່ນພິທີສວນສະໜາມ, ສະແດງກ້ອນກຳລັງຂອງບັນດາກຳລັງປະກອບອາວຸດ; ບັນດາກະຊວງ, ຄະນະ, ຂະແໜງການ; ບັນດາອົງການຈັດຕັ້ງ, ອົງການມະຫາຊົນການເມືອງ - ສັງຄົມ, ເຊິ່ງສະແດງໃຫ້ເຫັນຜົນງານ ໃນທຸກຂົງເຂດຊີວິດ, ສັງຄົມ, ເສດຖະກິດ ແລະ ການປ້ອງກັນຊາດ ເຊິ່ງພັກ ແລະ ປະຊາຊົນລາວບັນດາເຜົ່າຍາດມາໄດ້ໃນຕະຫຼອດໄລຍະ 50 ປີ ຜ່ານມາຢ່າງມີຊີວິດຊີວາ.

 

TAG
VOV/VOVworld/​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ສະ​ຖາ​ປະ​ນາ​ປະ​ເທດ ສ​ປ​ປ. ລາວ ຄົບ​ຮອບ 50 ປີ/ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ