ບັນດາການນຳພັກລັດເຂົ້າຮ່ວມລາຍການ (ພາບ: qdnd.vn) |
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເລຂາຄະນະພັກການທະຫານສູນກາງ; ; ທ່ານ ເຈິ່ນແທັງເໝິນ ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມລາຍການ. ລາຍການດັ່ງກ່າວປະກອບມີ 3 ພາກ ທີ່ເຂັ້ມຂຸ້ນໄປດ້ວຍລັກສະນະສິລະປະ - ການເມືອງ, ພາຜູ້ຊົມຈາກຄວາມຮູ້ສຶກນີ້ສູ່ຄວາມຮູ້ສຶກອື່ນຂອງກະແສປະຫວັດສາດຂອງຊາດ. ພາກທີ 1 ຍ້ອງຍໍສັນລະເສີນປະເທດຊາດ, ຄວາມເອກອ້າງທະນົງໃຈ ແລະ ຄວາມຮູ້ບຸນຄຸນຕໍ່ພັກ, ປະທານ ໂຮ່ຈີມິນຜູ້ຍິ່ງໃຫຍ່. ພາກທີ 2ວາດພາບຮູບພາບຂອງທະຫານລຸງໂຮ່. ພາກທີ 3 ແມ່ນຄຳຢັ້ງຢືນກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ. ລາຍການດັ່ງກ່າວໄດ້ປິດທ້າຍດ້ວຍບົດເພງ “ສະບາຍດີລະດູບານໃໝ່ ທີ່ສະຫວາດສະເຫວີຍຫວຽດນາມ”, ລາຍການເປີດອອກອະນາຄົດທີ່ເຕັມໄປດ້ວຍຄວາມຫວັງ ແລະ ພະລັງຊີວິດທີ່ເຂັ້ມແຂງດ້ວຍຕົນເອງ.




