logo

ທ່ານເລຂາທິການໃຫຍ່ ໂຕເລິມ ແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢູ່ ລາວ

2026/2/5 | 12:00:17
(VOVWORLD) - ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈັດຂຶ້ນແຕ່ວັນທີ 19 – 23 ມັງກອນ ຢູ່ ຮ່າໂນ້ຍ ໄດ້ສຳເລັດຢ່າງຈົບງາມ, ກາຍເປັນຂີດໝາຍສຳຄັນໃນປະຫວັດສາດ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ກໍຄືໃນກະແສປະຫວັດສາດແຫ່ງອະລິຍະທຳນັບພັນປີຂອງຊາດ ຫວຽດນາມ.
(ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ)

        ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ລາວ, ຕອນເຊົ້າວັນທີ 05 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ເປັນປະທານກອງປະຊຸມແຈ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບບັນດາແຂວງ, ນະຄອນຂອງ ລາວ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຈັດຂຶ້ນແຕ່ວັນທີ 19 – 23 ມັງກອນ ຢູ່ ຮ່າໂນ້ຍ ໄດ້ສຳເລັດຢ່າງຈົບງາມ, ກາຍເປັນຂີດໝາຍສຳຄັນໃນປະຫວັດສາດ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ກໍຄືໃນກະແສປະຫວັດສາດແຫ່ງອະລິຍະທຳນັບພັນປີຂອງຊາດ ຫວຽດນາມ. ທີ່ກອງປະຊຸມສນກາງພັກຄັ້ງທີ 1, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມ ແລະ ເລືອກຕັ້ງກົມການເມືອງ, ຄະນະເລຂາທິການສູນກາງພັກ, ເລຂາທິການໃຫຍ່, ພ້ອມກັນນັ້ນ ກໍ່ເລືອກຕັ້ງ ແລະ ບູລະນະສ້າງບັນດາອົງການນຳພາສຳຄັນຂອງພັກໃຫ້ສົມບູນແບບ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳຢ່າງສະຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ ທີ່ມີກຽດສະງ່າ, ນຳໜ້າແມ່ນທ່ານເລຂາທິການໃຫຍ່ ໂຕເລິມ, ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ຢ່າງໃຫຍ່ຫຼວງກວ່າອີກໃນພາລະກິດແຫ່ງການປ່ຽນແປງໃໝ່, ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຢ່າງມີໄຊ ເພື່ອບັນລຸໄດ້ເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

TAG
VOV/VOVworld/ກຽດ​ສະ​ງ່າ/ຍຸ​ຕິ​ທຳ/ສີ​ວິ​ໄລ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ