logo

ນັກ​ຊ່ຽນ​ຊານ​ລັດ​ເຊຍ​ເຊີດ​ຊູ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

2020/6/26 | 07:05:00
(VOVWORLD) -ວັນທີ 26 ມິຖຸນາ, ຫວຽດນາມ ເປັນປະທານກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 36 ຕາມຮູບການທາງອອນລາຍ.

ຜູ້ຕາງໜ້າບັນດາປະເທດອາຊຽນເຂົ້າຮ່ວມກອງປະຊຸມທາງອອນລາຍສະພາປະສາງານອາຊຽນຄັ້ງທີ 26 ໃນວັນທີ 24 ມິຖຸນາ 2020 (ພາບ: TTXVN)

ເມື່ອເຕື້ອງເຖິງບົດບາດຂອງຫວຽດນາມໃນຖານະເປັນປະທານ ອາຊຽນ ປີ 2020, ທ່ານ Dmitry Mosyakov ຜູ້ອຳນວຍການສູນຄົ້ນຄ້ວາ ອາຊີຕາເວັນອອກສ່ຽງໃຕ້, ອົດສະຕາລີ ແລະ ທະວີບໂອເຊອານີ ຂຶ້ນກັບສະຖາບັນຝ່າຍຕາເວັນອອກວິທະຍາ ສະພາມະຫາບັນດິດວິທະຍາສາດ ລັດເຊຍ ໄດ້ໃຫ້ຂໍ້ສັງເກດວ່າ ພື້ນຖານເສດຖະກິດທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ ພັດທະນາຢ່າງວ່ອງໄວຂອງຫວຽດນາມ, ຜົນສຳເລັດໃນການຕໍ່ສູ້ກັບໂລກລະບາດ Covid -19, ນະໂຍບາຍທາງການທູດທີ່ຄ່ອງແຄ້ວນັ້ນ ລ້ວນແຕ່ປະກອບສ່ວນເຂົ້າໃນການຍົກສູງອິດທິພົນຊື່ສຽງ ໃນສາກົນຂອງປະເທດນີ້. ຕາມທ່ານແລ້ວ, ນະໂຍບາຍການຕ່າງປະເທດຂອງຫວຽດນາມ ໄດ້ແກ້ໄຂການພົວພັນກັບບັນດາປະເທດຄູ່ຮ່ວມໃຫ້ມີຄວາມສົມດຸນພໍສົມຄວນ ແລະ ຫວຽດນາມ ພວມກາຍເປັນປັດໄຈສຳຄັນທີ່ສຸດໃນການຮັບປະກັນສັນຕິພາບຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທ່ານເນັ້ນໜັກເຖິງ ນະໂຍບາຍຮັກຫອມສັນຕິພາບ, ຫວຽດນາມມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ ອາຊີຕາເວັນອອກສ່ຽງໃຕ້, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງອາຊຽນໃນໂລກ.

TAG
VOV/VOVworld/​ລັດ​ເຊຍ/​ຫວຽດ​ນາມ​/ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ