logo

ນັກຊ່ຽວຊານ ລັດເຊຍ: ຈີນ ພວມກໍ່ໃຫ້ເກີດສະພາບອັນຕະລາຍຍຸດທະສາດມີຕໍ່ທົ່ວພາກພື້ນ

2020/4/21 | 10:37:00
(VOVWORLD) -  ວິເຄາະກ່ຽວກັບເລື່ອງຫວ່າງແລ້ວນີ້ ຈີນ ໄດ້ປະກາດການສ້າງຕັ້ງອັນທີ່ເອີ້ນວ່າແມ່ນ “ເມືອງ ຊີຊາ” (ໝາຍຄວາມວ່າ ແມ່ນໝູ່ເກາະ ຮ່ວາງຊາ ຂອງ ຫວຽດນາມ) ແລະ “ເມືອງ ໜານຊາ” (ໝາຍຄວາມວ່າແມ່ນໝູ່ເກາະ ເຈື່ອງຊາ ຂອງ ຫວຽດນາມ) ຢູ່ “ນະຄອນ ຕາມຊາ”, 

ທ່ານ Vladimir Kolotov ນັກຫວຽດນາມວິທະຍາຊາວ ລັດເຊຍ ຢັ້ງຢືນວ່າ ບາດກ້າວນີ້ຂອງ ຈີນ ໄດ້ກໍ່ໄພອັນຕະຫລາຍຍຸດທະສາດ ບໍ່ພຽງແຕ່ສຳລັບ ຫວຽດນາມ ເທົ່ານັ້ນ ຫາກຍັງນັບທັງພາກພື້ນ ອາຊຽນ ອີກດ້ວຍ.

 ທ່ານ Vladimir Kolotov (ພາບ: TTXVN)

ຕາມ ທ່ານ Vladimir Kolotov ແລ້ວ, ໃນຂະນະທີ່ບັນດາປະເທດ ອາເມລິກາ ແລະ ເອີຣົບ ພວມປະສົບກັບຄວາມຫຍຸ້ງຍາກຍ້ອນວິກິດການທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19, ຈີນ ພວມສວຍໃຊ້ສະພາບການດັ່ງກ່າວ ເພື່ອຍາດແຍ່ງໄດ້ຈຸດປະສົງ “ຊຸກຍູ້ຜົນປະໂຫຍດ” ຂອງ ປັກກິງ ຢູ່ ທະເລຕາເວັນອອກ. ທ່ານຊີ້ແຈ້ງວ່າ ນີ້ແມ່ນບາດກ້າວເຮັດໃຫ້ສະພາບການປີນຂັ້ນໄດ, ບໍ່ມີຄຸນປະໂຫຍດ ແລະ ຈະຖືກປະລາໄຊສຳລັບພູມສາດ-ການເມືອງໃຫຍ່ສຸດຂອງ ຈີນ.

TAG
VOV/VOVworld/ນັກຊ່ຽວຊານ/ລັດເຊຍ/ຈີນ/ສະພາບອັນຕະລາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ