logo

ນັກ​ວັດ​ທະ​ນະ​ທຳ ຫືວງອກ: ຂົວ​ຕໍ່​ວັດ​ທະ​ນະ​ທຳ ຫວຽດ​ນາມ ແລະ ໂລກ

2025/5/10 | 11:45:55
(VOVWORLD) - ນັກວັດທະນະທຳ ຫືວງອກ ໄດ້ຮັບຂະໜານນາມວ່າ “ເປັນຂົວຕໍ່ວັດທະນະທຳ ຫວຽດນາມ ແລະ ໂລກ” ທ່ານເຖິງແກ່ມໍລະນະກຳ ລວມອາຍຸ 107 ປີທ່ານໄດ້ສະຫງວນເວລາສ່ວນຫຼາຍໃນຊີວິດຂອງຕົນເພື່ອຄົ້ນຄວ້າຮັກສາວັດທະນະທຳ ຫວຽດນາມ ແລະ ແຜ່ກະຈາຍວັດທະນະທຳ ຫວຽດນາມ ໄປສູ່ປະຊາຄົມສາກົນທ່ານກໍພະຍາຍາມເປັນຂົວຕໍ່ນຳສີສັນຊາດ ອອກສູ່ໂລກ.
ນັກວັດທະນະທຳ ຫງວຽນຫືວງອກ ເກີດປີ 1918 (ພາບ: ຫງວຽນດິ່ງຕວານ)

ນັກວັດທະນະທຳ ຫງວຽນຫືວງອກ ເກີດປີ 1918, ຢູ່ຮ່າໂນ້ຍ. ຕອນຍັງໜຸ່ມ, ທ່ານເຄີຍສອນພາສາອັງກິດຢູ່ ນາມດິ້ງ, ຫຼັງຈາກນັ້ນໄດ້ເຂົ້າເປັນທະຫານ, ຮັບຜິດຊອບໜັງສືພິມ L'Étincelle (ແປວ່າ ລັດສະໝີແສງ) ສະບັບພາສາ ຝລັ່ງ ດ້ວຍບົດບາດເປັນຜູ້ອຳນວຍການໃຫຍ່ ທັງເປັນນັກຂ່າວ. ລັດສະໝີແສງ ແມ່ນໜັງສືພິມທຳອິດ ພາຍຫຼັງການປະຕິວັດເດືອນສິງຫາປີ 1945 ແລະ ກໍແມ່ນໜັງສືພິມຂົນຂວາຍສັດຕູທຳອິດໃນການຕໍ່ຕ້ານ. ນອກຈາກນັ້ນ, ທ່ານຍັງເປັນບັນນາທິການໃຫຍ່ຂອງໜັງສືພິມການຕ່າງປະເທດຈຳນວນໜຶ່ງອີກດ້ວຍ.

ເພື່ອແນະນຳວັດທະນະທຳ ຫວຽດນາມ ອອກສູ່ຕ່າງປະເທດ, ທ່ານມັກຂຽນບັນດາເລື່ອງລາວປະຫວັດສາດ ແລະ ວັດທະນະທຳ, ເພາະວ່າ ໃນປະຫວັດສາດມີວັດທະນະທຳ, ໃນວັດທະນະທຳມີປະຫວັດສາດ, ເຖິງວ່າມີ 2 ແຕ່ເປັນອັນດຽວ. ທ່ານໄດ້ຂຽນຂ່າວ, ບົດໃຫ້ແກ່ໜັງສືພິມ Le Courrier Vietnam (ສະບັບພາສາ ຝລັ່ງ) ແລະ Vietnam News (ສະບັບພາສາ ອັງກິດ) ເປັນຫຼາຍສິບປີຢ່າງລຽນຕິດ. ທ່ານນາງ Karen Anyse Joslin, ຜູ້ອ່ານຊາວ ອາເມລິກາ, ແບ່ງປັນວ່າ:

ຂ້າພະເຈົ້າມັກອ່ານປຶ້ມຂອງນັກວັດທະນະທຳ ຫືວງອກ ຫຼາຍ. ຂ້າພະເຈົ້າໄດ້ມີໂອກາດສຳຜັດກັບວັດທະນະທຳ ຫວຽດນາມ ແລະ ຂ້າພະເຈົ້າຢາກຮູ້ວ່າ ພື້ນຖານວັດທະນະທຳນັ້ນ ມີການປ່ຽນແປງແນວໃດ ເມື່ອທຽບໃສ່ເມື່ອກ່ອນ, ດັ່ງນັ້ນ ຂ້າເຈົ້າໄດ້ຊື້ປຶ້ມຂອງເພິ່ນມາອ່ານ”.

ໃນຈຳນວນບັນດາກິດຈະກຳຄົ້ນຄວ້າໃຫຍ່ຂອງທ່ານ, ວັດທະນະທຳ ຮ່າໂນ້ຍ ແມ່ນມີທີ່ຕັ້ງສຳຄັນ. ປີ 1997, ປຶ້ມ “ຈຸດພື້ນຖານຂອງວັດທະນະທຳ ຮ່າໂນ້ຍ” ສະບັບພາສາ ອັງກິດ ແລະ ຝລັ່ງ ໄດ້ນຳໃຊ້ເປັນຂອງຂວັນໃຫ້ແກ່ປະມຸກລັດບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມບັນດາປະເທດນຳໃຊ້ພາສາ ຝລັ່ງ ຄັ້ງທີ 7 ຢູ່ ຮ່າໂນ້ຍ. ທ່ານ ປອ. ເຈິ່ນດວ່ານເລິມ ໃຫ້ຮູ້ວ່າ:

ພາຍຫຼັງທີ່ຜູ້ຟັງໄດ້ຟັງທ່ານໂອ້ລົມ ຫຼື ຜູ້ອ່ານໄດ້ອ່ານບົດຂຽນ, ຂ່າວ ຫຼື ປຶ້ມຂອງເພິ່ນແລ້ວ, ຜູ້ທີ່ມີຄວາມຮັກຕໍ່ ຫວຽດນາມ ຈະມີຄວາມຮັກ ຫວຽດນາມ ຍິ່ງຂຶ້ນ, ຜູ້ໃດທີ່ຍັງບໍ່ທັນຮັກ ຫວຽດນາມ ກໍຈະເລີ່ມຮັກ ຫວຽດນາມ. ນີ້ແມ່ນສິລະປະໃນການອອກຂ່າວສູ່ຕ່າງປະເທດຂອງ ຫືວງອກ. ຈາກຫົວໃຈສູ່ຫົວໃຈ ເພາະວ່ານີ້ແມ່ນເສັ້ນທາງຊື່ ແລະ ທ່ຽງທຳທີ່ສຸດ”.

ດ້ວຍໄລຍະເວລາຈັບປາກກາກວ່າ 70 ປີ, ນັກວັດທະນະທຳ ຫືວງອກ ໄດ້ພິມຈຳໜ່າຍຫຼາຍຜົນງານກ່ຽວກັບສາງວັດທະນະທຳທີ່ອຸດົມສົມບູນຂອງຫຼາຍຊົນຊາດ, ເຊັ່ນ: “ຈຸດພື້ນຖານຂອງວັດທະນະທຳ ຝລັ່ງ”, “ດິນແດນແຫ່ງ ເອີຣົບເໜືອ - ວັດທະນະທຳ ຊູແອັດ", “ສຳເນົາວັດທະນະທຳ ອາເມລິກາ”, “ຈຸດພົ້ນເດັ່ນໃນວັດທະນະທຳ ຍີ່ປຸ່ນ”, “ຂໍ້ກຸນແຈເພື່ອຮູ້ ແລະ ເຂົ້າໃຈລາວ".

ນັກວັດທະນະທຳ ຫງວຽນຫືວງອກ ແລະ ພັນລະຍາ ໃນພິທີຮັບລາງວັນ (ພາບ: ຫງວຽນດິ່ງຕວານ)

ປີ 1997, ໃນພິທີປະດັບຫຼຽນໄຊ Ordre national de la Légion d'honneur ໃຫ້ແກ່ນັກວັດທະນະທຳ ຫຶວງອກ, ທ່ານ Börje Lunggren ເອກອັກຄະລັດຖະທູດ ຊູແອັດ ປະຈຳ ຫວຽດນາມ (1994-1997), ໃຫ້ຂໍ້ສັງເກດວ່າ: “ນັບແຕ່ກ່ອນມາຮອດປັດຈຸບັນ, ຂ້າພະເຈົ້າບໍ່ເຄີຍພົບຜູ້ໃດທີ່ເປັນຂົວຕໍ່ລະຫວ່າງບັນດາພື້ນຖານວັດທະນະທຳຄືກັບທ່ານ ຫືວງອກ - ເຊິ່ງເພິ່ນມີຄວາມເຂົ້າໃຈວັດທະນະທຳ ຫວຽດນາມ ຢ່າງເລິກເຊິ່ງ, ມີຄວາມຈິງໃຈ, ລະອຽດອ່ອນເມື່ອຮັບເອົາບັນດາພື້ນຖານວັດທະນະທຳອື່ນ”. ໃນຂະນະນັ້ນ, ທ່ານ ປອ. ເຈິ່ນດວ່ານເລິມ ຖືວ່າ:

ນັກວັດທະນະທຳ ຫືວງອກ ໄດ້ປະມໍລະດົກອັນຍິ່ງໃຫຍ່ມະຫາສານ ນັບທັງມໍລະດົກດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຄົນລຸ້ນຫຼັງ. ບັນດາບົດຂຽນຂອງທ່ານໄດ້ສະແດງໃຫ້ເຫັນຄວາມຮູ້ຮອບຕົວຢ່າງເລິກເຊິ່ງຂອງນັກວັດທະນະທຳ ຫຶວງອກ ກ່ຽວກັບວັດທະນະທຳ ຫວຽດນາມ ກໍຄືວັດທະນະທຳໂລກ, ປະເທດຊາດ ແລະ ຊາວ ຫວຽດນາມ, ປະເທດຊາດ, ປະຊາຊົນໃນໂລກ”.

ດ້ວຍຄວາມອົດທົນອອກແຮງງານ, ເມື່ອທ່ານອາຍຸ 102 ປີ (ປີ 2020), ນັກວັດທະນະທຳ ຫືວງອກ ໄດ້ສະເໜີປຶ້ມ “ກ໋າວເທິມເລິ່ນເຢີ” (ແປວ່າ ເມົາມົວກັບປຶ້ມຫົວຫອມ” ເຊິ່ງລວມມີ 2 ເຫຼັ້ມ, ມີຄວາມໜາເກືອບ 1.000 ໜ້າ. ຜ່ານປຶ້ມ 2 ເຫຼັ້ມດັ່ງກ່າວ, ຜູ້ອ່ານຈະມີຄວາມເຂົ້າໃຈກ່ຽວກັບບຸລຸດລະດັບໂລກ 180 ທ່ານ, ໃນຫຼາຍຂົງເຂດ, ໃນນັ້ນ ມີພະພຸດທະເຈົ້າ, ເຈົ້າແມ່ກວນອິນ, ພະເຢຊູ, ຂົງຈື້, ເຊີນຈື້, Hegel, Sokrates, Darwin, Leonardo da Vinci, Picasso… ແລະ ບຸລຸດ ຫວຽດນາມ 3 ທ່ານ ລວມມີ ຫງວຽນຈ້າຍ, ຫງວຽນຢູ ແລະ ປະທານ ໂຮ່ຈີມິນ. ນັກກະວີ ເລືອງດິ່ງຄວາ ໃຫ້ຮູ້ວ່າ:

ນັກວັດທະນະທຳ ຫືວງອກ ເຄີຍເວົ້າກັບຂ້າພະເຈົ້າວ່າ ໂລກນີ້ ເໝືອນດັ່ງມະຫາສະໝຸດທີ່ກວ້າງໃຫຍ່ໄພສານ, ດ້ວຍຫຼາຍກະແສວັດທະນະທຳທີ່ແຕກຕ່າງກັນ. ຖ້າພວກເຮົາບໍ່ມີກ່ຳປັ່ນທີ່ແໜ້ນໜາ ແນ່ນອນວ່າ ສີສັນວັດທະນະທຳຂອງຊາດ, ຂອງພວກເຮົາກໍຈະຖືກພັດໄປ, ຖືກສະຫຼາຍໄປ. ຫຼັງຈາກນັ້ນ, ແຕ່ລະເທື່ອທີ່ຂ້າພະເຈົ້າຊອກຮູ້ກ່ຽວກັບແງ່ມູມວັດທະນະທຳທີ່ເປັນມູນເຊື້ອໃດໜຶ່ງນັ້ນ, ຂ້າພະເຈົ້າກໍຄິດເຖິງຄຳເວົ້າເຫຼົ່ານັ້ນຂອງເພິ່ນ. ທ່ານເໝືອນດັ່ງເປັນປະພາຄານທາງດ້ານວັດທະນະທຳ ທີ່ເຍືອງທາງໃຫ້ແກ່ຄົນລຸ້ນໜຸ່ມໃນປັດຈຸບັນ ຊອກຮູ້ກ່ຽວກັບກົກເຄົ້າເຫງົ້າກໍ.

ດ້ວຍບັນດາການອຸທິດສ່ວນທີ່ບໍ່ຮູ້ອິດບໍ່ຮູ້ເມື່ອຍນັ້ນ, ນັກວັດທະນະທຳ ຫືວງອກ ໄດ້ຮັບການເຊີດຊູຜ່ານຫຼາຍລາງວັນອັນສູງສົ່ງຂອງຕ່າງປະເທດ, ເຊັ່ນ: ລາງວັນ Mot d'or ຂອງ ຝລັ່ງ ແລະ ຫຼາຍລາງວັນຢູ່ພາຍໃນປະເທດ ອີກດ້ວຍ.

ປັດຈຸບັນນີ້, ເຖິງວ່າເພິ່ນໄດ້ລ່ວງລັບໄປແລ້ວກໍຕາມ ແຕ່ຍັງມີຊື່ສຽງເປັນຜູ້ ຖືກຂະໜໜານາມວ່າ ຂົວຕໍ່ວັດທະນະທຳ ແລະ ໂລກ./.


TAG
VOV/VOVworld/ນັກວັດທະນະທຳ ຫງວຽນຫືວງອກ/ຂໍ້ກຸນແຈເພື່ອຮູ້ ແລະ ເຂົ້າໃຈລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ