logo

ບັ້ນ​ເຄື່ອນ​ໄຫວ ໂມງ​ໜ່ວຍ​ໂລກ ປີ 2026: ປະ​ຢັດ​ໄຟ​ຟ້າ​ໄດ້ 463.000 kWh

2026/3/29 | 11:38:43
(VOVWORLD) - ຕາມຂໍ້ມູນຈາກບໍລິສັດບໍລິຫານລະບົບໄຟຟ້າ ແລະ ຕະຫຼາດໄຟຟ້າແຫ່ງຊາດ (NSMO), ພາຍຫຼັງ 1 ຊົ່ວໂມງມອດໄຟຕອບສະໜອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກປີ 2026 (ແຕ່ 20 ໂມງ 30 ນາທີ ຫາ 21 ໂມງ 30 ນາທີຂອງວັນທີ 28 ມີນາ 2026), ທົ່ວປະເທດປະຢັດໄຟຟ້າໄດ້  463.000 kWh.
ຖະໜົນຢູ່ແຂວງ ຕວຽນກວາງ ມອດໄຟຕອບສະໜອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກ ປີ 2026
(ພາບປະກອບ: qdnd.vn)

ໝາກຜົນດັ່ງກ່າວ ຈະສືບຕໍ່ຢັ້ງຢືນປະສິດທິຜົນແຜ່ກະຈາຍຂອງບັ້ນເຄື່ອນໄຫວ ໂມງໜ່ວຍໂລກ ຫວຽດນາມ, ບໍ່ພຽງແຕ່ຢຸດຢູ່ເຫດການທີ່ມີລັກສະນະເປັນສັນຍາລັກເທົ່ານັ້ນ ຫາກຍັງມີການຫັນປ່ຽນສະຕິຄວາມຮັບຮູ້ກາຍເປັນການກະທຳລະອຽດໃນໝູ່ມະຫາຊົນເທື່ອລະກ້າວອີກດ້ວຍ. ຜ່ານການຜັນຂະຫຍາຍມາຫຼາຍປີ, ບັ້ນເຄື່ອນໄຫວດັ່ງກ່າວໄດ້ປະກອບສ່ວນສ້າງຄວາມຊິນເຄີຍໃນການນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນ; ພ້ອມດຽວກັນນັ້ນ ຍົກສູງສະຕິຄວາມຮັບຮູ້ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

        ບັ້ນເຄື່ອນໄຫວ ໂມງໜ່ວຍໂລກ ແມ່ນເຫດການປະຈຳປີທີ່ມີຂອບຂະໜາດທົ່ວໂລກ, ໂດຍໄດ້ລິເລີ່ມແຕ່ປີ 2007, ໄລ່ຮອດປັດຈຸບັນ ໄດ້ດຶງດູດການເຂົ້າຮ່ວມຂອງເກືອບ 200 ປະເທດ ແລະ ເຂດແຄວ້ນ. ປີ 2026 ສ້າງຂີດໝາຍປີທີ 18 ທີ່ ຫວຽດນາມ ເຂົ້າຮ່ວມຕອບສະໜອງບັ້ນເຄື່ອນໄຫວດັ່ງກ່າວ.

TAG
VOV/VOVworld/ບັ້ນເຄື່ອນໄຫວ ໂມງໜ່ວຍໂລກ/ນຳໃຊ້ພະລັງງານຢ່າງປະຢັດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ