ນະຄອນ ໂຮ່ຈີມິນ ນອນໃນກຸ່ມ 15 ສູນການເງິນທີ່ມີແງ່ຫວັງທົ່ວໂລກ (ພາບ: TTXVN) |
ຕາມຕາຕະລາງຈັດອັນດັບ Global Financial Centres Index 2026 (GFCI 39) ຫາກໍ່ປະກາດໃນວັນທີ 26 ມີນາແລ້ວ, ນະຄອນ ໂຮ່ຈີມິນ ບັນລຸອັນດັບທີ 84/120 ສູນການເງິນທົ່ວໂລກ, ເພີ່ມຂຶ້ນ 11 ຊັ້ນ ເມື່ອທຽບໃສ່ປີກາຍ. ນີ້ແມ່ນໜຶ່ງໃນບັນດາລະດັບປົວແປງແຮງທີ່ສຸດຂອງກຸ່ມບັນດາສູນການເງິນຊັ້ນກາງ. ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປັດຈຸບັນ, ນະຄອນ ໂຮ່ຈີມິນ ຢືນອັນດັບທີ 3, ຖັດຈາກ ສິງກະໂປ ແລະ ກົວລາ ລຳເປີ (ມາເລເຊຍ). ສິ່ງດັ່ງກ່າວສະແດງໃຫ້ເຫັນທີ່ຕັ້ງບົດບາດຂອງນະຄອນ ໂຮ່ຈີມິນ ໃນຕາໜ່າງການເງິນພາກພື້ນ ນັບມື້ນັບຈະແຈ້ງກວ່າເກົ່າ.




