ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ພົບປະ ແລະ ເຮັດວຽກກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen (ພາບ: VOV) |
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ໄດ້ຍົກອອກ 3 ຈຸດປະສົງຫຼັກໃຫ້ແກ່ການຢ້ຽມຢາມ ມຽນມາ ໃນເວລາໃກ້ໆນີ້: ທີ 1 ແມ່ນການປະສານງານຕໍ່ຄຳສັ່ງຢຸດຍິງ; ທີ 2 ແມ່ນສະໜອງການໜູນຊ່ວຍມະນຸດສະທຳ ແລະ ທີ 3 ແມ່ນເປີດຊ່ອງທາງໃຫ້ ທູດພິເສດຂອງປະທານ ອາຊຽນ ຮັບຜິດຊອບກ່ຽວກັບ ມຽນມາ; ພ້ອມທັງສະແດງຄວາມຂອບໃຈທ່ານ ເລຂາທິການໃຫຍ່ ອາຊຽນ ກ່ຽວກັບການສະໜັບສະໜູນສະເຫຼີມສະຫຼອງຖະແຫຼງການຂອງບັນດາຝ່າຍກ່ຽວກັບທະເລຕາເວັນອອກ (DOC) ຄົບຮອບ 20 ປີ ແລະ ສະເໜີຍູ້ໄວການເຈລະຈາເພື່ອສ້າງ COC ກ່ຽວກັບທະເລຕາເວັນອອກໃຫ້ສຳເລັດໂດຍໄວ.
ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi ສະໜັບສະໜູນບັນດາຂໍ້ລິເລີ່ມຂອງ ກຳປູເຈຍ ໃນປີປະທານ ອາຊຽນ 2022 ແລະ ໃຫ້ຄຳໝັ້ນສັນຍາວ່າຈະສົມທົບຢ່າງແໜ້ນແຟ້ນກັບ ກຳປູເຈຍ ແລະ ສະໜອງສະຖານທີ່ຈັດຕັ້ງບັນດາກອງປະຊຸມແນໃສ່ຍູ້ໄວການເຈລະຈາ COC. ສຳລັບບັນຫາ ຕີມໍເລສເຕ, ທ່ານ Dato Lim Jock Hoi ໃຫ້ຮູ້ວ່າ, ຄະນະເລຂາທິການ ອາຊຽນ ຈະສືບຕໍ່ໜູນຊ່ວຍ, ພິເສດແມ່ນກໍ່ສ້າງກຳລັງຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ ຕີມໍເລສເຕ, ໃນນັ້ນໄດ້ເນັ້ນໜັກວ່າຕ້ອງເບິ່ງການພັດທະນາໃນວຽກໃຫ້ ຕີມໍເລສເຕ ສາມາດກຽມພ້ອມເພື່ອກາຍເປັນສະມາຊິກ ອາຊຽນ.




