logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຂຸດ​ຄົ້ນ​ຢ່າງ​ຄົບ​ຊຸດ​ດ້ວຍ ​ບັນ​ດາ​ໂຄງ​ການ​ເສັ້ນ​ທາງ​ຄວາມ​ໄວ​ສູງ​

2026/3/2 | 11:23:13

(VOVWORLD) - ໃນການເດີນທາງໄປປະຕິບັດງານຢູ່ເຂດພາກກາງ, ວັນທີ 1 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ນຳໜ້າຄະນະປະຕິບັດງານລົງກວດກາບັນດາໂຄງການເສັ້ນທາງຄວາມໄວສູງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາບັນດາໂຄງການເສັ້ນທາງຄວາມໄວສູງ (ພາບ: VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານໄດ້ລົງກວດກາ ແລະ ມອບຂອງຂວັນ, ລະດົມກຳລັງໃຈບັນດາກຳລັງກໍ່ສ້າງໂຄງການເສັ້ນທາງຄວາມໄວສູງ ແຕ່ກ໋ວາງຫງາຍ ໄປຍັງ ແຄ້ງຮວ່າ ຂຶ້ນກັບເສັ້ນທາງຄວາມໄວສູງເໜືອ - ໃຕ້ທາງທິດຕາເວັນອອກ ຜ່ານ 4 ແຂວງ ກ໋ວາງຫງາຍ, ຢາລາຍ, ດັກລັກ, ແຄ້ງຮວ່າ, ລວມມີ ກ໋ວາງຫງາຍ - ຮວ່າຍເຍິນ, ຮ່ວາຍເຍິງ - ກຸຍເຍິນ, ກຸຍເຍິນ - ຈີແທັ້ງ, ຈີແທັ້ງ - ເວິນຝອງ, ເວິນຝອງ - ຍາຈາງ. ທ່ານນາຍົກລັດຖະມົນຕີ ສະເໜີຕ້ອງຮີບເຮັ່ງປະຕິບັດສຳເລັດບັນດາລະບຽບການເພື່ອນຳເຂົ້າຂຸດຄົ້ນ, ນຳໃຊ້ບັນດາເສັ້ນທາງທີ່ກໍ່ສ້າງສຳເລັດ ກ່ອນວັນທີ 10 ມີນາ 2026 ຮັບປະກັນການທະລຸເສັ້ນທາງ, ປອດໄພ, ມີຄວາມສະຫງົບ. ພ້ອມກັນນັ້ນ ທ່ານສະເໜີຍູ້ໄວຄວາມຄືບໜ້າຜັນຂະຫຍາຍການກໍ່ສ້າງສະຖານທີ່ຢຸດແວພັກຜ່ອນເພື່ອນຳເຂົ້າຂຸດຄົ້ນດ້ວຍບັນດາໂຄງການເສັ້ນທາງຄວາມໄວສູງຢ່າງຄົບຊຸດ.

TAG
VOV/VOVworld/ນາ​ຍົກ​ລັດ​ຖະ​ມົນ​ຕີ/​ໂຄງ​ການ​ເສັ້ນ​ທາງ​ຄວາມ​ໄວ​ສູງ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ