logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປະ​ຊຸມ​ກັບ​ສະ​ພາ​ໃຫ້​ຄຳປຶກ​ສາ​​ດ້ານນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ປັດ​ຈຸ​ບັນ

2026/3/8 | 11:07:19
(VOVWORLD) -         ຕອນບ່າຍວັນທີ 7 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບສະພາໃຫ້ຄຳປຶກສາດ້ານນະໂຍບາຍ, ປຶກສາຫາລືກ່ຽວກັບສະພາບການເສດຖະກິດ, ສັງຄົມເດືອນກຸມພາ  ແລະ 2 ເດືອນຕົ້ນປີ 2026.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ

ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ຕ້ອງຢຶດໝັ້ນກັບເປົ້າໝາຍຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້ ແລະ ຊຸກຍູ້ການເຕີບໂຕແຕ່ 10%, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ຕ້ອງຕີລາຄາຖືກຕ້ອງຄຸນທາດຂອງບັນດາການຜັນແປໃນປັດຈຸບັນຂອງໂລກ, ສົ່ງຜົນກະທົບຕໍ່ບັນຫາໃຫຍ່, ເຊັ່ນ: ພະລັງງານ; ບໍລິຫານເສດຖະກິດມະຫາພາກ; ການຜະລິດດຳເນີນທຸລະກິດ, ສ້າງວິທີຫາເງິນລ້ຽງຊີບຂອງປະຊາຊົນ; ສາຍພົວພັນກັບບັນດາປະເທດໃຫຍ່; logistics. ຈາກນັ້ນ, ກຳແໜ້ນການຜັນແປສະພາບການ, ປະຕິກິລິຍານະໂຍບາຍເປັນເຈົ້າການ, ມີໄຫວພິບ, ທັນການ, ມີປະສິດທິຜົນ.

        ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສືບຕໍ່ສ້າງ ແລະ ປັບປຸງລະບອບລະບຽບການສ້າງສັນ, ສົ່ງເສີມນະວັດຕະກຳ; ຫຼຸດຜ່ອນຕົ້ນທຶນໃຫ້ແກ່ປະຊາຊົນ, ວິສາຫະກິດ, ເພີ່ມກຳລັງແກ້ງແຍ້ງຂອງວິສາຫະກິດ, ຜະລິດຕະພັນ ແລະ ພື້ນຖານເສດຖະກິດ. ຍູ້ແຮງການພັດທະນາວິທະຍາສາດເຕັກໂນໂລຢີ, ສຸມໃສ່ການພັດທະນາປັນຍາປະດິດ.

ລ້າຍວາ

TAG
VOV/VOVworld/ສະ​ພາ​ໃຫ້​ຄຳປຶກ​ສາ​​ດ້ານນະ​ໂຍ​ບາຍ/​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ