logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ຟີ​ລິບ​ປິນ ໃຫ້​ບັນ​ລຸ 10 ຕື້ USD ໂດຍ​ໄວ

2025/5/26 | 12:15:28
(VOVWORLD) -  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ Ferdinand Marcos Jr ຕີລາຄາສູງບັນດາຄວາມຄືບໜ້າທີ່ດີໃນການພົວພັນລະຫວ່າງ ຟີລິບປິນ ແລະ ຫວຽດນາມ; ໂດຍຖືວ່າ ສອງຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກະສິກຳ, ການສົ່ງອອກເຂົ້າສານ, ພະລັງງານທົດແທນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr  (ພາບ: VGP)

ໃນຂອບເຂດການຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມທີ່ກ່ຽວຊ້ອງ ຢູ່ ກົວລາ ລຳເປີ, ມາເລເຊຍ, ຕອນບ່າຍວັນທີ 26 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr.

        ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານາທິບໍດີ Ferdinand Marcos Jr ຕີລາຄາສູງບັນດາຄວາມຄືບໜ້າທີ່ດີໃນການພົວພັນລະຫວ່າງ ຟີລິບປິນ ແລະ ຫວຽດນາມ; ໂດຍຖືວ່າ ສອງຝ່າຍມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກະສິກຳ, ການສົ່ງອອກເຂົ້າສານ, ພະລັງງານທົດແທນ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍຕັ້ງໜ້າຊຸກຍູ້ບາງເນື້ອໃນຮ່ວມມືຈຸດສຸມໃນໄລຍະຈະມາເຖິງ, ໃນນັ້ນ ໃຫ້ບຸລິມະສິດສູງແກ່ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ອຳນວຍຄວາມສະດວກໃນການແລກປ່ຽນການຄ້າ, ສູ້ຊົນຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 10 ຕື້ USD ໂດຍໄວ; ເພີ່ມທະວີການຮ່ວມມືເພື່ອຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຕ້ານການປ່ຽນແປງຂອງດິນຟ້າອາກາດ. ນອກຈາກນັ້ນແລ້ວ, ການນຳສອງປະເທດກໍໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ລ້າຍຮວາ

TAG
VOV/VOVworld/ນາ​ຍົກ​ລັດ​ຖະ​ມົນ​ຕີ/ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ/ກອງ​ປະ​ຊຸມ​ສຸດຍອດ 46

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ