logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້​າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ຍົກ​ເລີກ​ບັດ​ເຫຼືອງ EC ແລະ ພັດ​ທະ​ນາ​ຂະ​ແໜງ​ສິນ​ໃນ​ນ້ຳ ຫວຽດ​ນາມ ແບບ​ຍືນ​ຍົງ

2026/3/3 | 12:01:56
(VOVWORLD) - ດ້ວຍຈິດໃຈຕ້ອງພັດທະນາອາຊີບຫາປາ, ຂະແໜງສິນໃນນ້ຳແບບຍືນຍົງ, ຍາວນານ, ຫຼຸດຜ່ອນການຈັບຫາປາຢູ່ໄກຝັ່ງທີ່ສ່ຽງໄພ ແລະ ເພີ່ມທະວີການປູກລ້ຽງ, ລົງເລິກການປຸງແຕ່ງສິນໃນນ້ຳ, ສິນທະເລ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ເປົ້າໝາຍສູງສຸດຕ້ອງແມ່ນການຮັບປະກັນຄຳຮຽກຮ້ອງຄວບຄູ່ ນັ້ນແມ່ນ: “ຍົກເລີກບັດເຫຼືອງ EC ແລະ ພັດທະນາຂະແໜງສິນໃນນ້ຳ ຫວຽດນາມ ແບບຍືນຍົງ”.

ບັນຍາກາດຂອງກອງປະຊຸມ (ພາບ: TTXVN)

ຕອນບ່າຍວັນທີ 3 ມີນາ, ຢູ່ສຳນັກງານລັດຖະບານ, ເມື່ອກ່າວຄຳເຫັນໃນກອງປະຊຸມຄັ້ງທີ 32 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ຄາດວ່າ ຄະນະກວດກາຂອງຄະນະກຳມະການເອີຣົບ (EC) ຈະມາເຮັດວຽກຢູ່ ຫວຽດນາມ ໃນເດືອນ ມີນາ ນີ້, ດັ່ງນັ້ນ, ສະເໜີໃຫ້ກະຊວງກະສິກຳ, ສິ່ງແວດລ້ອມ ຫວຽດນາມ ສ້າງສຳເລັດບົດລາຍງານສັງລວມຮັບໃຊ້ໃຫ້ແກ່ການເຮັດວຽກກັບ EC; ຈັດແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງຈະແຈ້ງ, ຈັດການຝຶກອົບຮົມ, ບັນດາເນື້ອໃນລາຍງານອະພິປາຍຕ້ອງມີຄວາມເປັນເອກະພາບ, ດ້ວຍຈິດໃຈເພື່ອກຽດຕິຄຸນຂອງປະເທດຊາດ, ເພື່ອການພັດທະນາແບບຍືນຍົງຂອງປະເທດຊາດ.  ທ່ານກໍສະເໜີໃຫ້ບັນດາກະຊວງທີ່ກ່ຽວຂ້ອງຕ້ອງສຸມໃສ່ປະຕິບັດບັນດາໜ້າທີ່ຢ່າງເປັນປະຈຳກ່ຽວກັບວຽກງານຕ້ານການຂຸດຄົ້ນ IUU, ພັດທະນາຂະແໜງສິນໃນນ້ຳ ຫວຽດນາມ ແບບຍືນຍົງ. ບັນດາທ້ອງຖິ່ນ ກະກຽມບົດລາຍງານກ່ຽວກັບວຽກງານຫັນປ່ຽນອາຊີບໃຫ້ແກ່ປະຊາຊົນ; ຕີລາຄາຈຳນວນເຮືອຫາປາ, ຈຳນວນແຮງງານທີ່ຕ້ອງຫັນປ່ຽນອາຊີບ; ນະໂຍບາຍໜູນຊ່ວຍ, ແຫຼ່ງກຳລັງປະຕິບັດ; ສະເໜີໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມສ້າງແຜນຮ່າງລວມຮັບໃຊ້ໃຫ້ແກ່ວຽກງານຫັນປ່ຽນອາຊີບນີ້.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXNV)

        ດ້ວຍຈິດໃຈຕ້ອງພັດທະນາອາຊີບຫາປາ, ຂະແໜງສິນໃນນ້ຳແບບຍືນຍົງ, ຍາວນານ, ຫຼຸດຜ່ອນການຈັບຫາປາຢູ່ໄກຝັ່ງທີ່ສ່ຽງໄພ ແລະ ເພີ່ມທະວີການປູກລ້ຽງ, ລົງເລິກການປຸງແຕ່ງສິນໃນນ້ຳ, ສິນທະເລ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ເປົ້າໝາຍສູງສຸດຕ້ອງແມ່ນການຮັບປະກັນຄຳຮຽກຮ້ອງຄວບຄູ່ ນັ້ນແມ່ນ: “ຍົກເລີກບັດເຫຼືອງ EC ແລະ ພັດທະນາຂະແໜງສິນໃນນ້ຳ ຫວຽດນາມ ແບບຍືນຍົງ”.


TAG
VOV/VOVworld/ຍົກເລີກບັດເຫຼືອງ EC/ພັດ​ທະ​ນາ​ຂະ​ແໜງ​ສິນ​ໃນ​ນ້ຳ​ແບບ​ຍືນ​ຍົງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ