logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ແລະ ບັນ​ດາ​ການ​ນຳ ອາ​ຊຽນ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28

2025/10/28 | 11:50:31
(VOVWORLD) -        ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.
ກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28

ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີກຳນົດທິດຍຸດທະສາດ ເພື່ອແນໃສ່ຊຸກຍູ້ການພົວພັນ ອາຊຽນ - ຈີນ ຢ່າງແຮງໃນໄລຍະຈະມາເຖິງ, ນັ້ນແມ່ນ: ເພີ່ມທະວີການເຊື່ອມຕໍ່ອັດສະລິຍະ, ກວມລວມ ແລະ ຍືນຍົງ, ໃນນັ້ນ ຕ້ອງຜັນຂະຫຍາຍ ສັນຍາການຄ້າເສລີ ອາຊຽນ - ຈີນ ລຸ້ນທີ 3.0 (ACFTA 3.0) ຢ່າງມີປະສິດທິຜົນ; ພັດທະນາລະບົບພື້ນຖານໂຄງລ່າງເຊື່ອມຕໍ່ ອາຊຽນ - ຈີນ ຕາມທິດທັນສະໄໝ, ສີຂຽວ ແລະ ຍືນຍົງ, ສຸມໃສ່ຕາໜ່າງເສັ້ນທາງລົດໄຟຄວາມໄວສູງ, ທ່າກ່ຳປັ່ນທະເລສີຂຽວ, ສະໜາມບິນປະຢັດພະລັງງານ, ເປີດກວ້າງລະບົບດ່ານຊາຍແດນອັດສະລິຍະ, ຫັນບັນດາຂັ້ນຕອນ logistics ແລະ ຄຸ້ມຄອງການເຂົ້າອອກ - ເມືອງເປັນດີຈີຕອນ ເພື່ອຊຸກຍູ້ການແລກປ່ຽນການຄ້າ ແລະ ການພົວພັນແລກປ່ຽນປະຊາຊົນ; ເພີ່ມທະວີການເຊື່ອມຕໍ່ບັນດາຕົວເມືອງອັດສະລິຍະ, ແບ່ງປັນເຕັກໂນໂລຢີບໍລິຫານດີຈີຕອນ, ບໍລິຫານປັນຍາປະດິດ (AI) ແລະ ມາດຕະການພະລັງງານທົດແທນໃນການວາງແຜນຜັງພັດທະນາຕົວເມືອງ.

ພິທີລົງນາມໃນອະນຸສັນຍາຍົກລະດັບຂົງເຂດການຄ້າເສລີ ຈີນ - ອາຊຽນ (FTA) ລຸ້ນທີ 3.0 (ພາບ:TTXVN)

ໃນວັນດຽວກັນ, ຈີນ ແລະ ອາຊຽນ ໄດ້ຍົກລະດັບສັນຍາການຄ້າເສລີ (FTA) ຂຶ້ນເປັນລຸ້ນທີ 3.0. ພິທີລົງນາມໃນອະນຸສັນຍາຍົກລະດັບຂົງເຂດການຄ້າເສລີ ຈີນ - ອາຊຽນ (FTA) ລຸ້ນທີ 3.0 ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍການນຳບາງປະເທດ ອາຊຽນ.

ງອກຢຽບ - ລ້າຍຮວາ

TAG
VOV/VOVworld/ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ຈີນ ຄັ້ງ​ທີ 28/ສັນຍາການຄ້າເສລີລຸ້ນທີ 3.0

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ