logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແບນ​ຊິກ​ປະ​ຈຳ ຫວຽດ​ນາມ

2026/2/27 | 10:12:17
(VOVWORLD) - ສອງຝ່າຍສືບຕໍ່ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສ, ອົງການຈັດຕັ້ງສາກົນ. ພ້ອມທັງ, ສອງຝ່າຍກໍ່ສືບຕໍ່ຮັກສາ ແລະ ຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ການທ່ອງທ່ຽວ…
ທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Karl Van Den Bossche ເອກອັກຄະລັດຖະທູດ ແບນຊິກ ປະຈຳ ຫວຽດນາມ (ພາບ: VGP)

ຫວຽດນາມ ຍາມໃດກໍ່ຖືແບນຊິກແມ່ນຄູ່ຮ່ວມມືສຳຄັນໃນສະຫະພາບ ເອີລົບ (EU). ນີ້ແມ່ນການຢັ້ງຢືນຂອງທ່ານຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ທີ່ການຕ້ອນຮັບທ່ານ Karl Van Den Bossche ເອກອັກຄະລັດຖະທູດ ແບນຊິກ ປະຈຳ ຫວຽດນາມ ໃນຕອນບ່າຍວັນທີ 26 ກຸມພາ, ຢູ່ສຳນັກງານລັດຖະບານ, ເພື່ອແນໃສ່ແລກປ່ຽນກ່ຽວກັບການຮ່ວມມືຫວຽດນາມ - ແບນຊິກ.

ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍສືບຕໍ່ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍ, ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສ, ອົງການຈັດຕັ້ງສາກົນ. ພ້ອມທັງ, ສອງຝ່າຍກໍ່ສືບຕໍ່ຮັກສາ ແລະ ຍູ້ແຮງການຮ່ວມມືໃນບັນດາຂົງເຂດທີ່ເປັນມູນເຊື້ອຄື: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ, ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ການທ່ອງທ່ຽວ… ແລະ ເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດຍຸດທະສາດກ່ຽວກັບວິທະຍາສາດ - ເຕັກໂນໂລຢີ, ຊິບເຄິ່ງຊັກນ້ຳໄຟຟ້າ, ຄົມມະນາຄົມ ແລະ ຂົນສົ່ງ… ກ່ຽວກັບການຮ່ວມມືເສດຖະກິດ, ທ່ານນາຍົກລັດຖະມົນຕີ ສະເໜີ ແບນຊິກ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (EVIPA) ແລະ ມີສຽງເວົ້າສະໜັບສະໜູນເລື່ອງຄະນະກຳມະການເອີລົບ (EC) ຍົກເລີກບັດເຫຼືອງ IUU ສຳລັບສິນທະເລ ຫວຽດນາມ, ສົ່ງເສີມບັນດາວິສາຫະກິດແບນຊິກຍູ້ແຮງການລົງທຶນ ເຂົ້າ ຫວຽດນາມ, ສືບຕໍ່ສະໜອງແຫຼ່ງທຶນຊ່ວຍເຫຼືອລ້າ, ເປັນຕົ້ນແມ່ນສຳລັບບັນດາໂຄງການໃນຂົງເຂດການສຶກສາ - ບຳລຸງສ້າງ, ບຳລຸງວິຊາຊີບ, ສາທາລະນະສຸກ, ສິ່ງແວດລ້ອມ… ແລະ ແກ້ໄຂຜົນຕາມມາຈາກສົງຄາມ.

ສ່ວນທ່ານເອກອັກຄະລັດຖະທູດແບນຊິກ ຢັ້ງຢືນວ່າ ແບນຊິກຍາມໃດກໍກຽມພ້ອມ ຮ່ວມເດີນທາງກັບ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ ສັງຄົມ, ໃນນັ້ນມີການແກ້ໄຂຜົນຕາມມາຈາກສົງຄາມ, ເນັ້ນໜັກວ່າ ແບນຊິກແມ່ນປະເທດໜຶ່ງດຽວທີ່ມີມະຕິກ່ຽວກັບການໜູນຊວ່ຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແລະ ໃຫ້ຄຳໝັ້ນສັນຍາໜູນຊ່ວຍ ຫວຽດນາມ ໃນວຽກງານລ້າງທາດພິດກໍ່ຄືໜູນຊ່ວຍຜູ້ປະສົບເຄາະຮ້າຍ.

TAG
VOV/VOVworld/ຫວຽດ​ນາມ/ແບນ​ຊິກ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ