logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄປ​ຮອດ​ນະ​ຄອນຫຼວງ ມົດ​ສະ​ກູ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ສະ​ຫະ​ພັນ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ

2026/3/23 | 09:19:11
(VOVWORLD) -  ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການໄດ້ດຳເນີນຢູ່ສະໜາມບິນສາກົນ Vnukovo 2, ນະຄອນຫຼວງ ມົດສະກູດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະໜາມບິນສາກົນ Vnukovo 2, ນະຄອນຫຼວງ ມົດສະກູ, ລັດເຊຍ (ພາບ: VOV)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ສະຫະພັນ ລັດເຊຍ Mikhail Mishustin, ຕອນບ່າຍວັນທີ 22 ມີນາ, ເຮືອບິນນຳສົ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Vnukovo 2, ນະຄອນຫຼວງ ມົດສະກູ ເພື່ອເລີ່ມຕົ້ນການຢ້ຽມຢາມ ສະຫະພັນ ລັດເຊຍຢ່າງເປັນທາງການໃນລະຫວ່າງວັນທີ 22 – 25 ມີນາ. ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢ່າງເປັນທາງການໄດ້ດຳເນີນຢູ່ສະໜາມບິນສາກົນ Vnukovo 2, ນະຄອນຫຼວງ ມົດສະກູດ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Rudenko ເປັນປະທານພິທີຕ້ອນຮັບ. ຕອນຄ່ຳວັນທີ 22 ມີນາ, ຢູ່ນະຄອນຫຼວງ ມົດສະກູ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໃນການເດີນທາງໄປຢ້ຽມຢາມຄັ້ງນີ້, ເມື່ອໂອ້ລົມສົນທະນາ, ເຈລະຈາກັບບັນດາການນຳຂັ້ນສູງ ລັດເຊຍ, ທ່ານນາຍົກລັດຖະມົນຕີ ຈະແລກປ່ຽນ ແລະ ສະເໜີຝ່າຍລັດເຊຍຢັ້ງຢືນປະຊາຄົມຊາວຫວຽດນາມ ອາໄສຢູ່ສະຫະພັນ ລັດເຊຍ ເປັນຊົນເຜົ່າສ່ວນໜ້ອຍຂອງ ລັດເຊຍ, ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ພໍ່ແມ່ປະຊາຊົນຫວຽດນາມອາໄສຢູ່ລັດເຊຍ ນັບມື້ນັບມີທີ່ຕັ້ງດ້ານນິຕິກຳຢ່າງໝັ້ນແກ່ນ, ມີການດຳລົງຊີວິດເປັນປົກກະຕິ, ອຸ່ນອ່ຽງໃຈດຳເນີນທຸລະກິດ, ເຮັດວຽກ, ຮ່ຳຮຽນ ແລະ ເຊື່ອມໂຍງ, ມີຕື່ມອີກຫຼາຍການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຊີວິດດ້ານເສດຖະກິດ, ວັດທະນະທຳ, ສັງຄົມຂອງ ລັດເຊຍ, ພ້ອມທັງເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ປະກອບສ່ວນເຮັດໃຫ້ການພົວພັນສອງປະເທດເລິກເຊິ່ງກວ່າອີກ.

TAG
VOV/VOVworld/ຫວຽດ​ນາມ/ລັດ​ເຊຍ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ