logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ລົງ​ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃໝ່​ຢູ່​ບ້ານ ກ໋ວ​າງ​ດຶກ

2026/3/2 | 11:34:02
(VOVWORLD) - ບັນດາຄອບຄົວສະແດງຄວາມປະຕິຊົມຊື່ນເມື່ອໄດ້ດຳລົງຊີວິດບໍ່ພຽງແຕ່ໃນເຮືອນຫຼັງໃໝ່ເທົ່ານັ້ນ ຫາກຍັງໄດ້ຮັບຂອງຂວັນທີ່ມີຄວາມໝາຍຢ່າງແທ້ຈິງຄື: ໂທລະພາບ, ຕູ້ເຢັນ… ໂດຍບັນດາຫົວໜ່ວຍມອບໃຫ້ເພື່ອຕ້ອນຮັບລະດູບານໃໝ່ປີມະເມຍ 2026 ຢ່າງອົບອຸ່ນ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ມອບຂອງຂວັນໃຫ້ແກ່ປະຊາຊົນເຂດຕັ້ງຖິ່ນຖານຄົງທີ່ໃໝ່ຢູ່ບ້ານ ກ໋ວາງດຶກ (ພາບ: VOV)

ວັນທີ 1 ມີນາ, ໃນໂຄງການປະຕິບັດງານຢູ່ ແຂວງ ດັກລັກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວຖືກຜົນເສຍຫາຍຍ້ອນຝົນຕົກນ້ຳຖ້ວມໃນປີ 2025, ປັດຈຸບັນໄດ້ສັບຊ້ອນເຮືອນຫຼັງໃໝ່ຢູ່ ເຂດຕັ້ງຖິ່ນຖານຄົງທີ່ຢູ່ບ້ານກ໋ວາງດອກ, ຕາແສງຕຸຍອານນາມ. ນະທີ່ນີ້, ບັນດາຄອບຄົວສະແດງຄວາມປະຕິຊົມຊື່ນເມື່ອໄດ້ດຳລົງຊີວິດບໍ່ພຽງແຕ່ໃນເຮືອນຫຼັງໃໝ່ເທົ່ານັ້ນ ຫາກຍັງໄດ້ຮັບຂອງຂວັນທີ່ມີຄວາມໝາຍຢ່າງແທ້ຈິງຄື: ໂທລະພາບ, ຕູ້ເຢັນ… ໂດຍບັນດາຫົວໜ່ວຍມອບໃຫ້ເພື່ອຕ້ອນຮັບລະດູບານໃໝ່ປີມະເມຍ 2026 ຢ່າງອົບອຸ່ນ. ທີ່ການຢ້ຽມຢາມ, ໂອ້ລົມກັບປະຊາຊົນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:

ເວລາຜ່ານມາ ການສ້າງເຂດຕັ້ງຖິ່ນຖານຄົງທີ່ໄດ້ເຮັດດີພໍສົມຄວນ, ປັດຈຸບັນຕ້ອງຮີບດ່ວນວາງແຜນກຳນົດໃຫ້ງາມຕາ. ທີສອງແມ່ນຕົ້ນໄມ້. ທີສາມແມ່ນວັດຖຸອຸປະກອນກ່ຽວກັບວັດທະນະທຳ, ການດຳລົງຊີວິດວົງຄະນະຍາດ. ກ່ຽວກັບບ່ອນເຝົາເດັກ, ໂຮງຮຽນອະນຸບານ, ການສຶກສາ ຕ້ອງພິຈາລະນາບ່ອນໃດສະດວກ ກໍ່ສ້າງເຮືອນໃຫ້ພວກນ້ອງໄປຮຽນ. ຂ້າພະເຈົ້າ ເຊີດຊູພໍ່ແມ່ປະຊາຊົນທັງຮ່ວມເດີນທາງ, ຮ່ວມຈິດຮ່ວມໃຈກັບພັກ, ລັດ ເພື່ອກໍ່ສ້າງສຳເລັດເຮືອນຢູ່.

TAG
VOV/VOVworld/ປະ​ຊາ​ຊົນ/ເຮືອນຫຼັງ​ໃໝ່/ນາ​ຍົກ​ລັດ​ຖະ​ມົນ​ຕີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ