logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ມີ​ລາງວັນ​ເຊີດ​ຊູ​ແມ່​ຍິງ ຫວຽດ​ນາມ ຕື່ມ​ອີກ

2026/3/6 | 10:33:00
(VOVWORLD) -      ຕອນເຊົ້າວັນທີ 6 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະກັບການນຳ, ຜູ້ບໍລິຫານບັນດາອົງການສູນກາງ ແລະ ມອບລາງວັນ Kovalevskaia ປີ 2025.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ເມື່ອມອບລາງວັນ Kovalevskaia ປີ 2025 ໃຫ້ແກ່ 01 ກົມກອງລວມໝູ່ ແລະ 1 ບຸກຄົນ, ໃນພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ໃນວິວັດທະນາການພັດທະນາ ແລະ ໃຈກາງຂອງການປ່ຽນແປງ, ແມ່ຍິງ ຫວຽດນາມ ແມ່ນແຫຼ່ງກຳລັງພາຍໃນທີ່ແຂງແຮງ, ແມ່ນເຈົ້າກຳເຂົ້າຮ່ວມການນຳພາ ແລະ ເຈົ້າຂອງບັນດາໂອກາດໃໝ່ຢ່າງຕັ້ງໜ້າ. ທ່ານກ່າວວ່າ:

        “ຂ້າພະເຈົ້າຄິດວ່າຕ້ອງມີອີກລາງວັນໜຶ່ງ, ນອກຈາກລາງວັນ Kovalevskaia ທີ່ຈັດຂຶ້ນໃນວັນແມ່ຍິງສາກົນວັນທີ 8 ມີນາ, ພວກເຮົາຍັງມີວັນແມ່ຍິງ ຫວຽດນາມ ທີ 20 ຕຸລາ, ວັນມູນເຊື້ອຂອງແມ່ຍິງ ຫວຽດນາມ. ຂ້າພະເຈົ້າສະເໜີໃຫ້ຈັດລາງວັນ “ແມ່ຍິງຜູ້ເກັ່ງກ້າສາມາດ, ປະດິດຄິດສ້າງ ແລະ ອຸທິດສ່ວນ”. ຜ່ານນັ້ນ ສ່ອງແສງທາດແທ້ອົງອາດກ້າຫານ, ວັດທະນະທໍາອັນແກ່ນສານຂອງແມ່ຍິງ ແລະ ລາງວັນມີຊື່ວ່າ ຫງວຽນທິເທິບ (ການນຳປະຕິວັດຜູ້ມີຊື່ສຽງ, ອະດີດປະທານສະຫະພັນແມ່ຍິງຫ ວຽດນາມ, ແມ່ຍິງ ຫວຽດນາມ ຜູ້ໜຶ່ງດຽວທີ່ໄດ້ຮັບຫຼຽນໄຊ ດາວຄຳ) ໃນທຸກໆປີ ເຊິ່ງມອບໃນໂອກາດວັນທີ 20 ຕຸລາ ເພື່ອເຊີດຊູບັນດາຄວາມມານະພະຍາຍາມ ແລະ ການອຸທິດສ່ວນຂອງແມ່ຍິງ ຫວຽດນາມ”.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖ່າຍຮູບກັບແມ່ຍິງທີ່ເຂົ້າຮ່ວມພິທີຮັບລາງວັນ(ພາບ: VOV)

ລ້າຍຮວາ

TAG
VOV/VOVworld/ລາງວັນ Kovalevskaia ປີ 2025/ລາງວັນ​ເຊີດ​ຊູ​ແມ່​ຍິງ ຫວຽດ​ນາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ