logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ຖະ​ແຫຼງ ສືບ​ຕໍ່​ບຸກ​ໂຈມ​ຕີ ອີ​ຣານ

2026/3/8 | 11:20:55
(VOVWORLD) -      ໂດຍບໍ່ຫົວຊາຕໍ່ຄຳຮຽກຮ້ອງ ແລະ ຄຳກ່າວເຕືອນສາກົນ, ຕອນຄ່ຳວັນທີ 7 ມີນາ, ການນຳລັດຖະບານ ອິດສະຣາແອັນ ຢັ້ງຢືນ ບັ້ນບຸກໂຈມຈີຂອງປະເທດນີ້ ຕ້ານ ອີຣານ ຈະສືບຕໍ່ດຳເນີນ.
ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu (ພາບ: REUTERS/Ronen Zvulun)

ເມື່ອກ່າວຄຳເຫັນໃນຊ່ອງໂທລະພາບ ອິດສະຣາແອັນ, ທ່ານນາຍົກລັດຖະມົນຕີ Benjamin Netanyahu  ຢັ້ງຢືນວ່າ ບັ້ນຕໍ່ສູ້ຕ້ານລະບອບຢູ່ ອີຣານ ແນ່ນອນວ່າ ຈະສືບຕໍ່ດຳເນີນ. ອິດສະຣາແອັນ ໄດ້ກະກຽມແຜນການດ້ວຍຄວາມປະເອີບໃຈຫຼາຍຢ່າງໃນໄລຍະຕໍ່ໄປຂອງບັ້ນຕໍ່ສູ້, ເປົ້າໝາຍແມ່ນກໍ່ຄວາມຂາດສະຖຽນລະພາບ ແລະ ປ່ຽນແປງລະບອບຢູ່ ອີຣານ. ກໍໃນຖະແຫຼງການ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ຮຽກຮ້ອງໃຫ້ບັນດາສະມາຊິກທະຫານພິທັກປະຕິວັດອິດສະລາມ ອີຣານ ຈົ່ງວາງອາວຸດເພື່ອຮັບປະກັນຄວາມປອດໄພທາງຊີວິດອິນຊີ.

        ຖະແຫຼງການຂອງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ ໄດ້ຍົກອອກມາໃນສະພາບການບັ້ນຕໍ່ສູ້ໂດຍປະເທດນີ້ ແລະ ອາເມລິກາ ປຸກລະດົມຕ້ານຄືນ ອີຣານ ກ້າວເຂົ້າສູ່ອາທິດທີ 2. ຕອນຄ່ຳວັນທີ 07 ມີນາ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ໃຫ້ຮູ້ວ່າ ໃນໄລຍະກວ່າໜຶ່ງອາທິດປະທະກັນ, ກອງທັບອາກາດປະເທດນີ້ໄດ້ຖິ້ມລະເບີດລົງດິນແດນ ອີຣານ ທັງໝົດກວ່າ 7.500 ລູກ, ຫຼາຍທົບຫຼາຍເທົ່າເມື່ອທຽບໃສ່ຈຳນວນລູກລະເບີດທີ່ນຳໃຊ້ໃນສົງຄາມ ເຕເຮຣານ ເມື່ອເດືອນ ມິຖຸນາ 2025.

ໃນການຜັນແປທີ່ກ່ຽວຂ້ອງ, ວັນທີ 8 ມີນາ, ວົງການເຈົ້າໜ້າທີ່ ອີຣານ ໄດ້ຖະແຫຼງ ຈັບຕົວທະຫານ ອາເມລິກາ ຫຼາຍຄົນເພື່ອເປັນຕົວປະກັນ, ພ້ອມທັງຢັ້ງຢືນວ່າ ມີກຳລັງຄວາມສາມາດຢ່າງພຽງພໍເພື່ອຮັກສາບັ້ນຮົບອັນດຸເດືອດກັບ  ອາເມລິກາ ແລະ ອິດສະຣາແອັນ ໃນເວລາຢ່າງໜ້ອຍສຸດເຄິ່ງປີ.
TAG
VOV/VOVworld/ນາຍົກລັດຖະມົນຕີ Benjamin Netanyahu/ປະ​ທະ​ກັນ/ບຸກ​ໂຈມ​ຕີ ອີ​ຣານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ