logo

ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສິງ​ກະ​ໂປ ເຂົ້າ​ສູ່​ລວງ​ເລິກ, ມີ​ປະ​ສິດ​ທິ​ຜົນ

2026/3/7 | 08:40:00
(VOVWORLD) -    ຕອນບ່າຍວັນທີ 06 ມີນາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມຢາຕຸກ, ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ສິງກະໂປ Rajpal Singh  ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດມາຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ.
ທ່ານ ຟ້າມຢາຕຸກ, ຫົວໜ້າຫ້ອງວ່າການສູນກາງພັກ  ແລະ ທ່ານເອກອັກຄະລັດຖະທູດ ສິງກະໂປ Rajpal Singh (ພາບ: TTXVN)

  ທ່ານ ຟ້າມຢາຕຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການພົວພັນກັບ ສິງກະໂປ ເປັນສຳຄັນ; ພ້ອມທັງປາດຖະໜາຈະເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ນຳຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ສ້າງຕັ້ງໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ. ທ່ານ ຟ້າມຢາຕຸກ ສະເໜີໃຫ້ສອງປະເທດ ສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເສີມຂະຫຍາຍປະສິດທິຜົນຂອງຂອບເຂດຮ່ວມມືໃນປັດຈຸບັນ, ມຸ່ງໄປເຖິງບັນດາຂອບເຂດສາຍພົວພັນທີ່ແທດຈິງ ແລະ ເລິກເຊິ່ງກວ່າເກົ່າ.

        ສ່ວນທ່ານເອກອັກຄະລັດຖະທູດ Rajpal Singh ເນັ້ນໜັກວ່າ ຈະມານະພະຍາຍາມຊຸກຍູ້ການຮ່ວມມືສອງຝ່າຍຈົນສຸດຄວາມສາມາດ, ບໍ່ພຽງແຕ່ໃນບັນດາຂົງເຂດທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງໃນບັນດາຂົງເຂດເຕີບໂຕໃໝ່, ສືບຕໍ່ຊຸກຍູ້ສອງປະເທດສົມທົບ, ສະໜັບສະໜູນຊຶ່ງກັນ ແລະ ກັນ ຢູ່ບັນດາເວທີປາໄສຫຼາຍຝ່າຍຢ່າງແໜ້ນແຟ້ນອີກດ້ວຍ.


TAG
VOV/VOVworld/ສິງກະໂປ/ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ Rajpal Singh

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ