logo

ນຳຮູບເງົາໄປຮ່ວມບັນດາງານມະຫາກຳຮູບເງົາ ເຊິ່ງແມ່ນກາລະໂອກາດໃຫ້ແກ່ບັນດາຜູ້ຜະລິດຮູບເງົາ ຫວຽດນາມ

2024/10/28 | 11:00:00
(VOVWORLD) -ເລື່ອງເຂົ້າຮ່ວມບັນດາງານມະຫາກຳຮູບເງົາແມ່ນສຳຄັນທີ່ສຸດ ສຳລັບບັນດາຜູ້ຜະລິດຮູບເງົາ ຫວຽດນາມ ຍ້ອນວ່ານີ້ແມ່ນບ່ອນເພື່ອໃຫ້ບັນດາຜູ້ຜະລິດຮູບເງົາເອກະລາດ, ຜູ້ຜະລິດຮູບເງົາສິລະປະ ໂຄສະນາບັນດາຮູບເງົາຂອງຕົນໃຫ້ແຜູ້ຊົມທັງຫຼາຍກໍ່ຄືບັນດານັກວິຊາສະເພາະ. ນີ້ກໍ່ແມ່ນບ່ອນເຊື່ອມຕໍ່ເປີດກາລະໂອກາດໃຫ້ບັນດາຜູ້ກຳກັບສະແດງໝຸ່ມ.
ຕອນໜຶ່ງໃນຮູບເງົາເລື່ອງ "ເພື່ອນຮ່ວມຫ້ອງ" ຂອງຜູ້ກຳກັບການສະແດງ ຮູບເງົາຫງວຽນເລຮວ່າງຫວຽດ

    ໂດຍມີຄວາມເຕີບໃຫຍ່ຂຶ້ນຈາກບັນດາຮູບເງົາເລື່ອງສັ້ນທີ່ໄດ້ຮັບລາງວັນສາກົນ, ຜູ້ກຳກັບການສະແດງ ຮູບເງົາຫງວຽນເລຮວ່າງຫວຽດ ເກີດປີ 1991 ຖືວ່າ ການເຂົ້າຮ່ວມບັນດາງານມະຫາກຳຮູບເງົາສາກົນ ໄດ້ນຳມາຊຶ່ງຫຼາຍກາລະໂອກາດກໍ່ຄືການຄົ້ນຫາຕ່າງໆໃຫ້ແກ່ບັນດາຜູ້ຜະລິດຮູບເງົາເອກະລາດ. ຮວ່າງຫວຽດ ເວົ້າວ່າ:

  “ເຂົ້າຮ່ວມງານມະຫາກຳຮູບເງົາ ແມ່ນໂອກາດເພື່ອໃຫ້ຜູ້ຜະລິດຮູບເງົາແນະນຳຮູບເງົາຂອງຕົນໃຫ້ແກ່ຜູ້ຊົມ. ທີ່ງານມະຫາກຳຮູບເງົາ, ພວກເຮົາອາດຈະໄດ້ພົບບັນດາຜູ້ຜະລິດຮູບເງົາທີ່ມີບົດຮຽນປະສົບການ, ບາງຄັ້ງພວກເຮົາຍັງໄດ້ພົບປະແລກປ່ຽນກັບຜູ້ຜະລິດຮູບເງົາທີ່ໝຸ່ມແໜ້ນກວ່າ. ນັ້ນແມ່ນການຄົ້ນຫາເພື່ອໃຫ້ພວກເຮົາເຊື່ອມຕໍ່ກັບຜູ້ຊົມ ຜູ້ມີຄວາມຊົມຊອບຕໍ່ຮູບເງົາທີ່ງານມະຫາກຳນີ້”.

   ງານມະຫາກຳຮູບເງົາແມ່ນບ່ອນເຕົ້າໂຮມບັນດາຜູ້ເຮັດວຽກງານໃນຂະແໜງອຸດສາຫະກຳຮູບເງົາ. ງານມະຫາກຳຮູບເງົາສາມາດເຊື່ອມຕໍ່ບັນດາຜູ້ຜະລິດຮູບເງົາກັບບັນດາຜູ້ຈຳໜ່າຍ ຊ່ວຍໃຫ້ບັນດາຜູ້ຜະລິດຮູບເງົາຮັບຜົນປະໂຫຍດ ແລະ ມີໂອກາດລົງທຶນຄືນໃໝ່               

ນັກກຳກັບການສະແດງເພດຍິງ ຮ່າເລະຢ້ຽມ ກັບຮູບເງົາເອກະສານ “ພວກເດັກໃນທ່າມກາງນ້ຳໝອກກົ້ວ” ໄດ້ຮັບລາງວັນຜູ້ກຳກັບການສະແດງດີເດັ່ນທີ່ສຸດໃນລາຍການຍາດຊີງລາງວັນສາກົນທີ່ສະຫງວນໃຫ້ຮູບເງົາທຳອິດຜູ້ກຳກັບການສະແດງທີ່ງານມະຫາກຳສະແດງຮູບເງົາເອກະສານສາກົນ ອາມສະແຕັດດາມ 2021. ຈາກນັ້ນຮູບເງົາເອກະສານຂອງ ຮ່າເລະຢ້ຽມ ໄດ້ຖືກນຳມາສາຍຢູ່ຫຼາຍປະເທດໃນໂລກ. ຮ່າເລະຢ້ຽມ ເປີດເຜີຍວ່າ:

“ງານມະຫາກຳຮູບເງົາເອກະສານສາກົນ ອາມສະແຕັດດາມ ໄດ້ຊ່ວຍຂ້າພະເຈົ້າຫຼາຍທີ່ສຸດພາຍຫຼັງສາມປີ, ຮູບເງົາໄດ້ຖືກນຳມາສາຍຢູ່ທີ່ງານມະຫາກຳຮູບເງົາ ແລະ ໂຮງຮູບເງົາໃຫຍ່ຫຼາຍກວ່າ 200 ຄັ້ງ ຢູ່ອາເມລິກາ, ຝຣັ່ງ, ໄຕ້ຫວັນ, ປະເທດຈີນ ແລະ ສິງກາໂປ”.

 ຕາມທ່ານ ອານໂຕນີ ເຕແມນນີ ຜູ້ອຳນວຍການງານມະຫາກຳຮູບເງົາອາຊີຢູ່ ໂຣມ ປະເທດ ອີຕາລີ, ໃນ 10 ປີມໍ່ໆມານີ້, ຮູບເງົາ ຫວຽດນາມ ຫຼາຍເລື່ອງໄດ້ມີຄຸນນະພາບດີເນື້ອໃນກໍ່ດູດດື່ມ. ເປັນໜ້າສົນໃຈແມ່ນບັນດາຮູບເງົາພວມມີທ່າອ່ຽງຮ່ວມກັບບັນດາປະເທດອື່ນໃນພາກພື້ນທຳການຜະລິດ. ອາດຈະເວົ້າເຖິງຮູບເງົາເລື່ອງ “ຕົກໃສ່ປີກແມງກະເບື້ອງ” ຂອງຜູ້ກຳກັບການສະແດງ ເຢືອງຢ້ຽວລິງ ສົມທົບກັບນັກຜະລິດຮູບເງົາຊາວ ສິງກາໂປ. ການສົມທົບນີ້ໄດ້ນຳມາຊຶ່ງຜົນສຳເລັດຢ່າງໃຫຍ່ຫຼວງ ໃຫ້ແກ່ຮູບເງົາເລື່ອງນີ້ ເມື່ອໄດ້ຮັບລາງວັນທີ່ງານມະຫາກຳຮູບເງົາ ເວນິດ. ທ່ານ ອານໂຕນີ ເຕແມນນີ ຍັງຖືວ່າ ການຈັດຕັ້ງບັນດາງານມະຫາກຳຮູບເງົາສາກົນຍັງຈະຊ່ວຍໃຫ້ບັນດາຜູ້ຜະລິດຮູບເງົາ ຫວຽດນາມ ພັດທະນາດີຍິ່ງຂຶ້ນອີກ. ທ່ານໃຫ້ຮູ້ວ່າ:

 “ໃນມໍ່ໆມານີ້ ຫວຽດນາມ ໄດ້ມີບັນດາງານມະຫາກຳຮູບເງົາສາກົນ, ນີ້ກໍ່ແມ່ນສິ່ງທີ່ເປັນໜ້າຊື່ນຊົມ. ການກຳເນີດຂຶ້ນຂອງງານມະຫາກຳຮູບເງົາສາກົນນະຄອນໂຮ່ຈີມິນ ຫຼືງານມະຫາກຳຮູບເງົາອາຊີຢູ່ ດ່າໜັງ ກໍ່ແມ່ນບ່ອນພົບປະແລກປ່ຽນໃນຂົງເຂດຮູບເງົາທີ່ນຳມາຊຶ່ງຜົນປະໂຫຍດ”.

ນັກວິຈານຮູບເງົາ ເລຮົ່ງເລິມ ໃຫ້ຮູ້ວ່າ ບັນດາງານມະຫາກຳຮູບເງົາບໍ່ພຽງແຕ່ນຳຜົນປະໂຫຍດມາສູ່ບັນດາຜູ້ຜະລິດຮູບເງົາເທົ່ານັ້ນ ຍັງແມ່ນໂອກາດເພື່ອໃຫ້ມວນຊົນສາມາດເຂົ້າໃຈຫຼາຍກວ່າກ່ຽວກັບຮູບເງົາ ຫວຽດນາມ ກໍ່ຄືຮູບເງົາໂລກ. ທ່ານເວົ້າວ່າ :

   “ການຈັດຕັ້ງບັນດາງານມະຫາກຳຮູບເງົາສາກົນແມ່ນສຳຄັນທີ່ສຸດ ເພາະວ່ານີ້ແມ່ນບ່ອນເພື່ອໃຫ້ບັນດາຜູ້ຜະລິດຮູບເງົາເອກະລາດ, ຜູ້ຜະລິດຮູບເງົາສິລະປະມີໂອກາດພັດທະນາ ຜ່ານນັ້ນກໍ່ຍົກສູງຖານະບົດບາດໃຫ້ແກ່ບັນດາຜູ້ຜະລິດຮູບເງົາ ນີ້ກໍ່ຍັງແມ່ນໂອກາດເພື່ອໃຫ້ຜູ້ຜະລິດຮູບເງົາໜຸ່ມຊອກຫາແຫຼ່ງຄ່າໃຊ້ຈ່າຍໃຫ້ແກ່ບັນດາໂຄງການຜະລິດຮູບເງົາຂອງຕົນ”.

ດ້ວຍຜົນປະໂຫຍດຫຼາຍກວ່າປະເພດສິລະປະອື່ນໆ, ຮູບເງົາແມ່ນຂົວເຊື່ອມຕໍ່ນຳວັດທະນະທຳ ຫວຽດນາມ ອອກສູ່ໂລກຢ່າງວ່ອງໄວ ແລະ ມີປະສິດທິຜົນທີ່ສຸດ. ການນຳຮູບເງົາໄປຮ່ວມງານມະຫາກຳຮູບເງົາກໍ່ແມ່ນໂອກາດເພື່ອໃຫ້ບັນດາຜູ້ກຳກັບການສະແດງໜຸ່ມໄດ້ແນະນຳພົບປະແລກປ່ຽນ ແລະ ຮຽນຮູ້ກັບບັນດາພື້ນຖານຮູບເງົາທີ່ກ້າວໜ້າ. 
TAG
VOV/VOVworld/ຮູບ​ເງົາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ