ຮູບພາບລະຄອນ ກາເຟເຂົ້າຈີ່ |
ບົດລະຄອນ ກາເຟເຂົ້າຈີ່ ໄດ້ວາດພາບເຖິງປະເທດຊາດ ຫວຽດນາມ ໄລຍະກ່ອນການປະຕິວັດເດືອນ ສິງຫາ ປີ 1945 ເຊິ່ງໄດ້ຍ້ອງຍໍສັນລະເສີນບັນດາຜູ້ຄົນຮັກຊາດໃນນັ້ນມີການປະກອບສ່ວນຂອງຊົນຊັ້ນນາຍທຶນນ້ອຍ - ບັນດາຜູ້ບໍ່ພຽງແຕ່ປະກອບສ່ວນເງິນທຶນເທົ່ານັ້ນ ຫາກຍັງເສຍສະຫຼຊີວິດ ເພື່ອເດີນຕາມການຕໍ່ຕ້ານ, ເດີນຕາມການປະຕິວັດ. ນັກສະແດງ ແທັງຢາງ ແລະ ເທ໋ງວຽນ ສັງກັດໂຮງລະຄອນ ຮ່າໂນ້ຍ ເຊິ່ງໄດ້ສວມບົດຕົວລະຄອນເອກຍິງ ແລະ ຕົວລະຄອນເອກຊາຍໃນບົດລະຄອນ “ກາເຟເຂົ້າຈີ່” ເວົ້າຄວາມໃນໃຈສູ່ຟັງວ່າ:
“ຂ້າພະເຈົ້າໂຊກດີທີ່ໄດ້ຮັບເລືອກໃຫ້ສວມບົດຕົວລະຄອນເອກຍິງ ໃນບົດລະຄອນ ກາເຟເຂົ້າຈີ່. ຕົວລະຄອນທີ່ຂ້າພະເຈົ້າສະແດງແມ່ນຜູ້ເປັນນາຍທຶນທີ່ຮັກຊາດ ຍາມໃດກໍ່ສະໜັບສະໜູນການປະຕິວັດ”
“ຂ້າພະເຈົ້າສວມບົດຕົວລະຄອນ ບ໋າວ ໃນບົດລະຄອນເພງ “ກາເຟເຂົ້າຈີ່”. ບ໋າວ ແມ່ນຊາວ ຫວຽດນາມ ຜູ້ຮັກຊາດ ມີຄວາມເອກອ້າງທະນົງໃຈຕໍ່ຊາດ ຫວຽດນາມ ແລະ ຍາມໃດກໍ່ຢາກຫຼຸດພົ້ນອອກຈາກແອກຄອງຄອບ. ບົດລະຄອນເພງນີ້ກໍ່ມີຄວາມໝາຍທີ່ສຸດໃນໂອກາດ 80 ປີ ແຫ່ງການປະຕິວັດເດືອນ ສິງຫາ ແລະ ວັນຊາດທີ 2 ກັນຍາ”.
ບົດລະຄອນສະແດງໃຊ້ເວລາ 70 ນາທີ ໂດຍທ່ານ ແຊວຊັງວານ ຊາວ ສເກົາຫຼີ ແຕ່ງ. ທ່ານໄດ້ແບ່ງປັນຄວາມຄ້າຍຄືກັນໃນປະຫວັດສາດການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດຂອງ ຫວຽດນາມ ແລະ ສ ເກົາຫຼີ. ແລະ ນີ້ກໍ່ແມ່ນແຫຼ່ງບັນດານໃຈກະຕຸກຊຸກຍູ້ໃຫ້ທ່ານແຕ່ງບົດລະຄອນເພງດັ່ງກ່າວ. ທ່ານ ແຊວຊັງວານ ໃຫ້ຮູ້ວ່າ:
“ເມື່ອເວົ້າເຖິງເອກະລາດ ແລະ ການຕໍ່ສູ້ຍາດເອົກະລາດ, ປະເທດທີ່ເຮັດຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດ ນັ້ນແມ່ນ ຫວຽດນາມ. ຂ້າພະເຈົ້າຄິດວ່າ ຖ້າຫາກແຕ່ງບົດລະຄອນກ່ຽວກັບຫົວເລື່ອງຕໍ່ສູ້ຍາດເອົາເອກະລາດຢູ່ ຫວຽດນາມ ແນ່ນອນວ່າ ຈະມີຄວາມໝາຍທີ່ສຸດ”.
ມີຫຼາຍກວ່າ 20 ບົດເພງຖືກປະສານລະຫວ່າງລະຄອນເວົ້າ ແລະ ດົນຕີ ເພື່ອສ້າງຄວາມສະດຸງໃຈຢ່າງແຮງກ້າ ໃຫ້ແກ່ຜູ້ຊົມ. ເພື່ອປະຕິບັດໂຄງການນີ້ ທ່ານ ປັກຮຸນວູ ຜູ້ອຳນວຍການການສິລະປະມີຄວາມຫວັງຢາກໃຫ້ຜູ້ຊົມສາກົນຮູ້ຈັກເຖິງປະເທດ ຫວຽດນາມ ສາມັກຄີ, ວັດທະນະທຳມະນຸດ ແລະ ຮັກຫອມສັນຕິພາບ ເຄົາລົບນັບຖືປະທານ ໂຮ່ຈີມິນ ທ່ານ ປັກຮຸນວູ ເວົ້າວ່າ:
“ຢູ່ ຫວຽດນາມ ປະຊາຊົນ ເຄີຍເອີ້ນປະທານ ໂຮ່ຈີມິນ ດ້ວຍຄວາມຮັກແພງ ແມ່ນລຸງ ໂຮ່. ມີບົດປະພັນຫຼາຍບົດທີ່ຍ້ອງຍໍສັນລະເສີນແນວຄິດຂອງເພິ່ນ, ແຕ່ບົດປະພັນຂອງພວກຂ້າພະເຈົ້າ ພັດເອົາໃຈໃສ່ເນັ້ນໜັກເຖິງບັນດາຜູ້ຄົນທຳມະດາ ທີ່ໄດ້ຮັບເອົາແນວຄິດຂອງປະທານ ໂຮ່ຈີມິນ. ສານທີ່ສຳຄັນທີ່ສູດຂອງບົດລະຄອນນີ້ກໍ່ແມ່ນບັນດາຜູ້ຄົນທີ່ລຽບງ່າຍເຫຼົ່າ ໄດ້ຊ່ວຍພັກ ຊ່ວຍບັນດາ ນັກຮົບປະຕິວັດໃນຄາວນັ້ນ ເພື່ອຍາດເອົາພື້ນຖານເອກະລາດ”.
ການສົມທົບຈັດສ້າງບົດລະຄອນເພງ “ກາເຟເຂົ້າຈີ່” ລະຫວ່າງໂຮງລະຄອນ ຫວຽດນາມ ແລະ ທີມງານມາຈາກ ສ ເກົາຫຼີ ແມ່ນເພື່ອແນໃສ່ແຜ່ກະຈາຍສານກ່ຽວກັບວັດທະນະທຳມະນຸດ ແລະ ປະຫວັດສາດຂອງສອງປະເທດ ໂດຍຜ່ານຮູບພາບ ພາສາແລະເວທີສະແດງ. ສິລະປິນດີເດັ່ນ ກ່ຽວມິງຫຽວ ຜູ້ອຳນວຍການໂຮງລະຄອນ ຫວຽດນາມ ໃຫ້ຮູ້ວ່າ:
“ໃນຊຸມປີມໍ່ໆມານີ້, ວັດທະນະທຳ ສິລະປະແລະ ການສະແດງໄດ້ຮັບການຍົກສູງບົດບາດ ແມ່ນຂົວເຊື່ອມຕໍ່ທາງການທູດ. ທ່າແຮງຂອງໂຮງລະຄອນ ຫວຽດນາມ ແມ່ນລະຄອນເວົ້າ ດັ່ງນັ້ນທ່າແຮງຂອງທີມງານ ສ ເກົາຫຼີ ແມ່ນການສຳຜັດກັບຮູບແບບທັນສະໄໝໄວກວ່າ, ໜຶ່ງໃນຈຳນວນດັ່ງກ່າວ ແມ່ນລະຄອນເພງ.ທາງທີມງານຫວຽດນາມກໍ່ຄືສເກົາຫຼີກໍ່ໄດ້ເປັນເອກະພາບກັນສ້າງບົດລະຄອນເພງ ເພື່ອຍ້ອງຍໍສັນລະເສີນບໍ່ພຽງແຕ່ສ່ວນບຸກຄົນໃດໜຶ່ງ ຫາກຍ້ອງຍໍສັນລະເສີນຊັ້ນຄົນອອກແຮງງານທີ່ມີນ້ຳໃຈຮັກຊາດ ແລະ ຄວາມຄາດຫວັງ ເສລິພາບ ເອກະລາດ”.
ບົດລະຄອນເພງ “ກາເຟເຂົ້າຈີ່” ແມ່ນຜະລິດຕະພັນສິລະປະກຳ ເພື່ອຂ່ຳນັບຮັບຕ້ອນເຫດການ 80 ປີ ແຫ່ງການປະຕິວັດເດືອນ ສິງຫາ ແລະ ວັນຊາດທີ 2 ກັນຍາ. ພາຍລັງສະແດງຢູ່ ຫວຽດນາມ ບົດລະຄອນເພລນີ້ ຍັງຖືກສະແດງຢູ່ຝຣັ່ງ, ສ ເກົາຫຼີ ແລະ ຍີ່ປຸ່ນ ປະກອບສ່ວນແຜ່ກະຈາຍນ້ຳໃຈສາມັກຄີ, ນ້ຳໃຈຮັກຊາດຂອງຊາດ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດກ່ອນນີ້ 80 ປີ.