logo

ບັດ​ເລືອກ​ຕັ້ງ​ຖືກ​ສົ່ງມາ​​ຍັງ​ແຕ່​ລະ​ຄອບ​ຄົວ, ຂໍ້​ມູນ​ການ​ເລືອກ​ຕັ້ງ​ແຜ່​ກະ​ຈາຍ​ຈາກ​​ຂັ້ນຮາກ​ຖານ​ຢູ່​ດັກ​ລັກ

2026/3/10 | 09:38:00

(VOVWORLD) - ຢູ່ດັກລັກ, ພ້ອມກັບບັນດາບາດກ້າວກະກຽມໃຫ້ແກ່ການຈັດຕັ້ງ, ວຽກງານໂຄສະນາກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ໄລຍະ 2026 – 2031 ພວມໄດ້ຮັບການຍູ້ແຮງດ້ວຍຫຼາຍຮູບການທີ່ມີໄຫວພິບ.

ທຸກຖະໜົນຫົນທາງຢູ່ແຂວງດັກລັກ ໄດ້ຮັບການປະດັດປະດາດ້ວຍດອກໄມ້, ປາໂນ, ຄຳຂວັນໂຄສະນາກ່ຽວກັບວັນເລືອກຕັ້ງ (ພາບ: VOV)

ໃນຊຸມວັນຜ່ານມາ, ຢູ່ຕາແສງ ແອອາ ເກີລີ, ແຂວງດັກລັກ, ບັນຍາກາດກະກຽມໃຫ້ແກ່ວັນເລືອກຕັ້ງ ໄດ້ດຳເນີນຢ່າງຮີບເຮັ່ງ. ໄປຄຽງຄູ່ກັບການໂຄສະນາໂດຍກົງແລ້ວ, ມີຫຼາຍທ້ອງຖິ່ນ ໄດ້ເປີດກ້ວາງຮູບການໂຄສະນາເພື່ອໃຫ້ຜູ້ມີສິດເລືອກຕັ້ງເຂົ້າເຖິງງ່າຍດາຍກວ່າຄື: ໂທລະໂຂ່ງ, ປາໂນ, ເຕັກໂນໂລຢີດີຈີຕອນ, ສື່ສັງຄົມອອນໄລ, ສື່ມວນຊົນແບບທາງໄກ… ທ່ານເຈິ່ນຮົ່ງຕຽນ, ຫົວໜ້າພະນັກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງດັກລັກ ໃຫ້ຮູ້ວ່າ:

ພວກຂ້າພະເຈົ້າໄດ້ສ້າງບັນດາຜະລິດຕະພັນໂຄສະນາຄືບັນດາຄຼິບວີດີໂອ, ລາຍການຂ່າວໂຄສະນາ ຢູ່ຂັ້ນຮາກຖານ, ສົມທົບກັບສື່ສັງຄົມອອນໄລເພື່ອເພີ່ມທະວີວຽກງານໂຄສະນາກ່ອນ, ໃນ ແລະ ຫຼັງການເລືອກຕັ້ງ.

ດ້ວຍຜູ້ມີສິດເລືອກຕັ້ງກວ່າ 2,4 ລ້ານຄົນ, ບັນຍາກາດກະກຽມໃຫ້ແກ່ວັນເລືອກຕັ້ງຢູ່ແຂວງດັກລັກພວມຢູ່ໃນໄລຍະຈຸດສຸມ. ການເຂົ້າຮ່ວມຢ່າງຄົບຊຸດຂອງທົ່ວລະບົບການເມືອງພ້ອມກັບຫຼາຍຮູບການໂຄສະນາຢ່າງມີໄຫວພິບໄດ້ປະກອບສ່ວນນຳຂໍ້ມູນຂ່າວກ່ຽວກັບການເລືອກ ມາຍັງຜູ້ມີສິດເລືອກຕັ້ງ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມກຽມພ້ອມເຂົ້າຮ່ວມວັນບຸນໃຫຍ່ຂອງທົ່ວປວງຊົນ.

ສ່ວນຢູ່ບັນດາຕາແສງ ໃນນະຄອນ ຮ່າໂນ້ຍ ກໍ່ພວມຜັນຂະຫຍາຍວຽກງການກະກຽມໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນໄລຍະ 2026 – 2031 ຢ່າງເຂັ້ມງວດ, ຖືກຕ້ອງກັບຂໍ້ກຳນົດ ດ້ວຍການເຂົ້າຮ່ວມຢ່າງຄົບຊຸດຂອງທົ່ວລະບົບການເມືອງ.

ຕາແສງ ຮວ່າງລຽດໄດ້ປະຕິບັດສຳເລັດ ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 (ພາບ: VOV)

ຢູ່ຕາແສງແທງອວຍ, ຮ່າໂນ້ຍ ບັນຍາກາດມຸ່ງໄປເຖິງວັນເລືອກຕັ້ງພວມແຜ່ກະຈາຍໃນວົງກວ້າງຈາກສຳນັກງານຕາແສງລົງສູ່ແຕ່ລະບ້ານ. ບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງໄດ້ຕິດປະກາດຢ່າງເປີດເຜີຍ, ຢູ່ບັນດາກອງປະຊຸມພົບປະກັບຜູ້ມີສິດເລືອກຕັ້ງ, ລາຍການກະທຳຂອງຜູ້ສະໝັກຮັບເລືອກຕັ້ງໄດ້ສະເໜີຢ່າງຈະແຈ້ງ, ກະທັດລັດ, ແທ້ຈິງ. ພ້ອມກັບການບູລະນະບັນດາອົງການຮັບຜິດຊອບການເລືອກຕັ້ງ, ສຳຫຼວດກວດຄືນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງໃຫ້ສົມບູນແບບ, ວຽກງານການກະກຽມຮາກຖານວັດຖຸ ແລະ ບັນດາວິທີການຮັບປະກັນຄວາມໝັ້ນຄົງຄວາມເປັນລະບຽບຮຽບຮ້ອຍ, ວຽກງານໂຄສະນາກໍ່ໄດ້ຮັບການຍູ້ແຮງ.

ສຳລັບຕາແສງ ຮວ່າງລຽດ, ດ້ວຍຜູ້ມີສິດເລືອກຕັ້ງກວ່າ 38.300 ຄົນ, ເຂດປ່ອນບັດເລືອກຕັ້ງ 26 ແຫ່ງ, ມາຮອດປັດຈຸບັນວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນໄລຍະ 2026 – 2031 ໄດ້ຮັບການປະຕິບັດສຳເລັດແລ້ວ.

ຮ່າໂນ້ຍກໍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງ ວຽກງານຈັດວາງເຂດປ່ອນບັດເລືອກຕັ້ງ ເພື່ອ ສ້າງຄວາມສະດວກ ໃຫ້ແກ່ປະຊາຊົນ ແລະ ເໝາະສົມກັບຈຸດພິເສດຂອງແຕ່ລະທ້ອງຖິ່ນ.

TAG
VOV/VOVworld/ການ​ເລືອກ​ຕັ້ງ/ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ/ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ