logo

ບັດເລືອກຕັ້ງທີ່ນຳມາເຊິ່ງຄວາມເຊື່ອໝັ້ນຈາກເຂດໄຫຼ່ທະວີບທາງພາກໃຕ້

2026/3/5 | 09:30:32
(VOVWORLD) - ໃນການເດີນທະເລ, ໜ່ວຍເລືອກຕັ້ງກ່ອນກຳນົດເວລາ ໄດ້ເລືອກເອົາກຳປັ່ນ ເຈື່ອງຊາ ເລກ 04 ເປັນສູນຈັດການເລືອກຕັ້ງໃຫ້ແກ່ຜູ້ມີສິດເລືອກຕັ້ງຢູ່ບັນດາກຳປັ່ນປະຈຳການ ແລະ ຊາວປະມົງທີ່ພວມເຄື່ອນໄຫວຢູ່ທະເລ.
ກຳລັງທີ່ພວມປະຕິບັດໜ້າທີ່ຢູ່ທະເລປະຕິບັດພັນທະພົນລະເມືອງຂອງຕົນ
(ພາບ: ທະຫານເຮືອເຂດ 2)

        ໃນຊຸມມື້ນີ້, ຖ້າຫາກວ່າຢູ່ເຂດດິນຕໍ່ແຜ່ນໃນທົ່ວທຸກແຫ່ງ ພວມຫ້າງຫາກະກຽມໃຫ້ວັນເລືອກຕັ້ງສະພາແຫ່ງຊາດຊຸດທີ 16 ແລະ ສະພາປະຊາຊົນທຸກຂັ້ນນັ້ນ, ມີຫຼາຍສະຖານທີ່ປ່ອນບັດແມ່ນພິເສດທີ່ສຸດ ນັ້ນແມ່ນຢູ່ເທິງກຳປັ່ນ ເພື່ອໃຫ້ບັນດາກຳລັງທີ່ພວມປະຕິບັດໜ້າທີ່ຢູ່ທະເລ ຫຼື ພວມເດີນທະເລພ້ອມກັບຊາວປະມົງໄປຂຸດຄົ້ນສິນທະເລປະຕິບັດພັນທະພົນລະເມືອງຂອງຕົນ.

        ໃນການເດີນທະເລ, ໜ່ວຍເລືອກຕັ້ງກ່ອນກຳນົດເວລາ ໄດ້ເລືອກເອົາກຳປັ່ນ ເຈື່ອງຊາ ເລກ 04 ເປັນສູນຈັດການເລືອກຕັ້ງໃຫ້ແກ່ຜູ້ມີສິດເລືອກຕັ້ງຢູ່ບັນດາກຳປັ່ນປະຈຳການ ແລະ ຊາວປະມົງທີ່ພວມເຄື່ອນໄຫວຢູ່ທະເລ. ທ່ານຮ້ອຍໂທ ຟານຊີ້ທ້ຽນ, ພະນັກງານການເມືອງກຳປັ່ນ ເຈື່ອງຊາ ເລກ 04, ກອງກຳປັ່ນເລກ 1, ກອງພົນນ້ອຍ 125, ທະຫານເຮືອເຂດ 2, ໃຫ້ຮູ້ວ່າ:

        “ພະນັກງານ, ນັກຮົບຂອງກຳປັ່ນໄດ້ຊາບຊຶມໜ້າທີ່ຢ່າງເຂັ້ມງວດ, ກະກຽມຫ້ອງເລືອກຕັ້ງຢ່າງຄົບຖ້ວນ, ເນື້ອໃນໂຄສະນາ, ປ້າຍຄຳຂວັນຕາມການແນະນຳ; ຕັດສິນໃຈປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ”.

(ພະນັກງານ, ພາລະກອນກວດກາການປະມົງ, ຕຳຫຼວດທະເລ ທີ່ພວມປະຕິບັດໜ້າທີ່ຢູ່ເຂດຊາຍແດນທະເລປ່ອນບັດເລືອກຕັ້ງ)

        ສ່ວນຢູ່ນະຄອນ ໂຮ່ຈີມິນ, ໂດຍຂ້າມໄປນັບຮ້ອຍໄມທະເລໃນເງື່ອນໄຂຄື້ນໃຫຍ່ ລົມແຮງ, ໜ່ວຍເລືອກຕັ້ງເລກທີ 10 (ຕາແສງ ເຟືອກທັງ, ນະຄອນ ໂຮ່ຈີມິນ) ໄດ້ນຳເອົາຫີບປ່ອນບັດມາສູ່ພະນັກງານ, ພາລະກອນກວດກາການປະມົງ, ຕຳຫຼວດທະເລ ທີ່ພວມປະຕິບັດໜ້າທີ່ຢູ່ເຂດຊາຍແດນທະເລ. ພາຍຫຼັງ 7 ມື້ຂອງການເດີນທາງ, ວຽກງານເລືອກຕັ້ງກ່ອນກຳນົດເວລາຢູ່ທະເລໄດ້ປະຕິບັດສຳເລັດ, ຮັບປະກັນສິດທິຂອງພົນລະເມືອງຢູ່ແນວໜ້າຢ່າງຄົບຖ້ວນ.

TAG
VOV/VOVworld/ກຳລັງ/ປະຕິບັດ/ທະເລ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ