logo

ບັນຍາກາດເລີ່ມຕົ້ນລະດູການຜະລິດໃນຕົ້ນປີໃໝ່

2012/1/26 | 12:38:42
ວັນ​ທີ 26 ມັງກອນ, ຊາວ​ກະ​ສີກ​ອນ​ແຂວງ ລອງ​ອານ, ​ເງ້ອານ ​ໄດ້​ເລີ່​ມຕົ້ນ​ລະດູ​ການ​ຜະລິດເຂົ້າ, ໂດຍສຸມໃສ່ການ ບົວລະບັດເຂົ້າລະດູໜາວ ຕໍ່ລະດູບານໃໝ່

ຊາວກະສີກອນແຂວງ ເງ້ອານເລີ່ມດຳເນີນ ການປັກດຳໃນຕົ້ນປີໃໝ່
(ພາບ: thanhphovinh.gov.vn)

  ວັນ​ທີ 26 ມັງກອນ, ຊາວ​ກະ​ສີກ​ອນ​ແຂວງ ລອງ​ອານ, ​ເງ້ອານ ​ໄດ້​ເລີ່​ມຕົ້ນ​ລະດູ​ການ​ຜະລິດເຂົ້າ, ໂດຍສຸມໃສ່ການບົວລະບັດເຂົ້າລະດູໜາວຕໍ່ລະດູບານໃໝ່. ຍ້ອນ 2 ລະດູການຜະລິດເຂົ້າປີແລ້ວນີ້ໄດ້ຮັບຜົນດີ ແລະ ຂາຍໄດ້ລາຄາ, ດັ່ງນັ້ນ ຊາວກະສີກອນແຂວງ ລອງອານໄດ້ຕ້ອນຮັບບຸນເຕັດໃນທ່າມກາງຄວາມເບີກມ່ວນ ຊື່ນ ແລະ ອີ່ມໜຳສຳລານ. ຂະແໜງກະສີກຳແຂວງ ລອງອານ ໄດ້ແຕ່ງຕັ້ງ ພະນັກງານສົ່ງເສີມກະສີກຳ ລົງຊີ້ນຳຊາວກະສີກອນໃນການບົວລະບັດຕົ້ນເຂົ້າ. ຕາມແຜນການແລ້ວ, ພໍ່ແມ່ພີນ້ອງຊາວກະສີກອນແຂວງ ເງ້ອານ ກໍເລີ່ມດຳເນີນ ການປັກດຳ. ຂະແໜງກະສີກຳແຂວງ ເງ້ອານ ກໍຜັນຂະຫຍາຍການໜູນຊ່ວຍ ຊາວກະສີກອນເມື່ອປະສົບກັບສະພາບອາກາດໜາວຈັດ. ທ່ານຫງວຽນວັນເລິບ ຮອງຫົວໜ້າພະແນກກະສີກຳ ແລະ ພັດທະນາຊົນນະບົດແຂວງ ເງ້ອານ ໃຫ້ຮູ້ວ່າ: “ ວັນທີ 4 ຂອງບຸນເຕັດ, ພໍ່ແມ່ພີນ້ອງຊາວກະສີກອນ ໄດ້ເລີ່ມລົງນາທຳການຜະລິດ ເຂົ້າ. ຖ້າຫາກອາກາດໜາວຈັດນັ້ນ, ການປັກດຳກໍຈະແກ່ຍາວໄປ. ປີ 2012, ແຂວງ ເງ້ອານ ມີນະໂຍບາຍໜູນຊ່ວຍເງິນຊ່ວຍຊາວກະສີກອນທຳການຜະລິດ, ພິເສດ ສຳລັບບັນດາເມືອງຢູ່ເຂດພູສູງ, ແມ່ນໄດ້ັຮັບການໜູນຊ່ວຍຫຼາຍກ່ວາ”

   ໃນຊຸມມື້ຕົ້ນປີໃໝ່, ຍ້ອນລາຄາອາຫານທະເລຊະນິດຕ່າງໆແມ່ນຢູ່ໃນລະດັບສູງ, ດັ່ງນັ້ນ, ຊາວປະມົງຢູ່ແຂວງ ກາເມົາ, ກຽນຢາງ ໄດ້ພ້ອມກັນເດີນເຮືອຫາປາ. ຕອນເຊົ້າວັນທີ 26 ມັງກອນ ກົງກັບວັນທີ 4 ຂອງບຸນເຕັດ, ເຮືອຫາປາແຕ່ລະຝູງ ຢູ່ເທດສະບານເມືອງ ຊົງດົກ ເມືອງ ເຈີນວັນເທີ່ຍ ແຂວງ ກາເມົາ ຫຼືຢູ່ເມືອງເກາະ ກຽນຫາຍ ແຂວງ ກຽນຢາງ ໄດ້ພ້ອມກັນເດີນທະເລ. ອ້າຍ ເລວັນເຟືອງ ຊາວປະມົງ ຢູ່ເຂດແຄມທະເລ ທາງທິດຕາເວັນຕົກຂອງພາກໄຕ້ຫວຽດນາມໃຫ້ຮູ້ວ່າ: “ ຕ້ອນຮັບ ບຸນເຕັດແລ້ວ, ມື້ນີ້ແມ່ນວັນທີ 4 ເດືອນຈຽງ, ອ້າຍນ້ອງຊາວປະມົງກໍເລີ່ມເດີນເຮືອ ຫາປາດ້ວຍຄວາມພາກພູມໃຈ. ຕາມຮີດຄອງປະເພນີຂອງຊາວປະມົງ ຫວຽດນາມ ແລ້ວ, ເມື່ອເດີນເຮືອຫາປາຍາມຕົ້ນປີ, ກໍທຳພິທີໄຫວ້ບູຊາເພື່ອພາວະນາໃຫ້ ການເດີນເຮືອ ຫາປາໄດ້ຮັບຜົນດີ. ໃນຈຸດເວລາຕົ້ນປີ, ທະເລມີຄວາມສະຫງົບງຽບ, ການເດີນທະເລ ຂອງເຮົາຈະມີໂຊກດີ ”.

TAG

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ