logo

ບັນດາກິດຈະກຳໃຫຍ່ ເພື່ອອະນາຄົດຂອງປະເທດຊາດ.

2025/9/1 | 09:00:00
(VOVWORLD) -ບັນດາກິດຈະກຳຈຸດສຸມລະດັບຊາດ ຈາກບັນດາເສັ້ນທາງບົກຄວາມໄວສູງ ເຊື່ອມຕໍ່ລະຫວ່າງສອງພາກເໜືອໃຕ້, ບັນດາກິດຈະກຳໄຟຟ້າ, ທ່າກຳປັ່ນທັນສະໄໝຕະຫຼອດຮອດໂຄງລ່າງໂທລະຄົມ 5G, ໂຄງການຄົມມະນາຄົມຕົວເມືອງ… ພວມຕໍ່ກັນສ້າງສຳເລັດ. ນີ້ບໍ່ພຽງແຕ່ແມ່ນບັນດາກິດຈະກຳກໍ່ສ້າງດ້ວຍເບຕົງ, ເຫຼັກກ້າ ແລະ ເຄື່ອງຈັກເທົ່ານັ້ນຫາກຍັງແມ່ນສັນຍາລັກເຈດຈຳນົງບືນຕົວຂຶ້ນ, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແມ່ນກຳລັງໜູນນຳປະເທດຊາດກ້າວຂຶ້ນໄວ ແລະ ແຂງແຮງບົນເສັ້ນທາງເຊື່ອມໂຍງ ແລະ ພັດທະນາ.
ຂົວ ແຣັກໜຽວ ເລກ 2 ຕັ້ງຂ້າມແມ່ນ້ຳ ຕ່ຽນ

     ຂົວ ແຣັກໜຽວ ເລກ 2 ເຊິ່ງຕັ້ງຂ້າມແມ່ນ້ຳ ຕ່ຽນ ເຊິ່ງເຊື່ອມຕໍ່ແຂວງ ດົ່ງທາບ ແລະ ຫວິງລອງ ຫາກໍ່ເປີດນຳໃຊ້ ເມື່ອວັນທີ 19 ສິງຫາ ພາຍຫຼັງດຳເນີນການກໍ່ສ້າງເປັນເວລາກວ່າ 3 ປີ. ໂຄງການນຳເຂົ້າເຄື່ອນໄຫວບໍ່ພຽງແຕ່ຮັຍໃຊ້ຄວາມຕ້ອງການໄປມາ ຂົນສົ່ງສິນຄ້າຂອງປະຊາຊົນບັນດາແຂວງແຄມທະເລເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ເຊື່ອມຕໍ່ການແລກປ່ຽນຄ້າຂາຍຢ່າງວ່ອງໄວກັບນະຄອນ ໂຮ່ຈີມິນ ແລະ ຈາກນັ້ນຜະລິດຕະພັນພິເສດສິນໃນນ້ຳໃນເຂດສາມາດຂົນສົ່ງໄປຍັງຕະລາດໃຫຍ່ຢ່າງສະດວກສະບາຍອີກດ້ວຍທັງເປັນການຍົກສູງຊີວິດສັງຄົມໃຫ້ແກ່ປະຊາຊົນອີກດ້ວຍ. ທ່ານ ຮວິ່ງຫງອກກວາງ ຢູ່ແຂວງ ຫວິງລອງ ເປີດເຜີຍວ່າ:

 “ຂ້າພະເຈົ້າກໍ່ຄືຊາວ ເບ໊ນແຈ ຫຼາຍໆຄົນ ກໍ່ມີຄວາມພາກພູມໃຈ ຂະນະທີ່ໃນວັນນີ້ຂົວ ແຣັກໝຽວ ເລກ 2 ໄດ້ເປີດນຳໃຊ້. ນັບແຕ່ນີ້ເປັນຕົ້ນໄປສະພາບລົດຕິດຈະບໍ່ຄົງຕົວອີກແລ້ວ ການໄປມາມີຄວາມປອດໄພສະດວກສະບາຍ. ປະຊາຊົນພວກຂ້າພະເຈົ້າຂໍຂອບໃຈນຳພັກ ລັດ ໄດ້ເອົາໃຈໃສ່ສ້າງຂົວ ແຣັກໝຽວ ເລກ 2 ຮັບໃຊ້ຄວາມຮຽກຮ້ອງຕ້ອງການພັດທະນາເສດຖະກິດສັງຄົມ ໃຫ້ທົ່ວເຂດເພື່ອເປີດສັງກາດໃໝ່”.

ຈາກ ລ້າງເຊີນ ຫາ ກ່າເມົາ, ທາງດ່ວນຕອນໃໝ່ຖືກນຳເຂົ້າໃຊ້ການຢ່າງລຽນຕິດ ເພື່ອຫັນເປົ້າໝາຍກໍ່ສ້າງທາງດ່ວນ 3.000 ກິໂລແມັດໃນປີໃຫ້ປະກົດຜົນເປັນຈິງ ຄືດັ່ງມະຕິຂອງພັກກ່ຽວກັບການສ້າງບຸກທະລຸພື້ນຖານໂຄງລາງ. ນອກຈາກນັ້ນ,ບັນດາໂຄງການຄົມມະນາຄົມເຂດຕົວເມືອງຄື ເສັ້ນທາງ ເມໂຈ ເລກ 1 ຢູ່ນະຄອນ ໂຮ່ຈີມິນ ໄດ້ເປີດນຳໃຊ້ ເມື່ອເດືອນ ມີນາ ທີ່ຜ່ານມາ, ທ່ານ ຫງວຽນວັນເດືອກ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ:

“ພິທີເປີດເສັ້ນທາງ ເມໂຈ ເລກ 1 ໃນວັນນີ້ ບໍ່ພຽງແຕ່ແມ່ນຄວາມພາກພູມໃຈ ແລະ ເອກກ້າງທະນົງໃຈຂອງນະຄອນ ໂຮ່ຈີມິນ ເທົ່ານັ້ນ, ນີ້ຈະເປີດໜ້າປະຫວັດສາດໃໝ່ ບົນເສັ້ນທາງພັດທະນາຄົມມະນາຄົມຕົວເມືອງທັນສະໄໝຂອງປະເທດຊາດ”.

ໂດຍແມ່ນປະເທດທີ່ມີຝັ່ງທະເລຍາວ 3.260 ກິໂລແມັດ ກວ້າງ 1.000.000 ຕາລາງກິໂລແມັດ, ແລ່ນຜ່ານ 28 ແຂວງ ແລະ ນະຄອນ, ຫວຽດນາມ ຖືລະບົບທ່າກຳປັ່ນ ແລະ ໂລຈີສະຕິກ ແມ່ນບານປະຕູໄຂອອກສູ່ໂລກພາຍນອກ ດ້ວຍຄວາມຄາດຫວັງໃຫ້ກາຍເປັນສູນກາງໂລຈີສະຕິກໃຫຍ່ຢູ່ພາກພື້ນ. ບັນດາທ່າກຳປັ່ນທະເລນ້ຳເລິກທີ່ທັນສະໄໝໄດ້ສຳເລັດ ແລະ ພວມຕ້ອນຮັບກຳປັ່ນນ້ຳໜັກນັບແສນໂຕນເຂົ້າທຽບທ່າ ແລະ  ເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບບັນດາເສັ້ນທາງທະເລສາກົນ. ສ່ວນລະບົບທ່າບົກ ECD, ສາງເກັບມ້ຽນສິນຄ້າ, ໂລຈີສະຕິກທັນສະໄໝ ຮັບປະກັນໃຫ້ສິນຄ້າ ຫວຽດນາມ ສາມາດ ຂົນສົ່ງໄປຍັງເອີລົບ. ທະວິບອາເມລິກາ ຫຼຸດວັນເວລາ ແລະ ຄ່າໃຊ້ຈ່າຍ ແລະ ເພີ່ມຄວາມສາມາດແກ່ງແຍ້ງ.

ໃນເດືອນ ເມສາ ທີ່ຜ່ານມາຢູ່ນະຄອນ ຫ໋າຍຟ່ອງ, ທ່າກຳປັ່ນ ຄອນເທນເນີສາກົນ ອາເຕໂກ ຢູ່ ເລັກຮ້ຽນ ໄດ້ເຂົາສູ່ໃຊ້ການຢ່າງເປັນທາງການ. ນີ້ແມ່ນໂຄງການທ່າກຳປັ່ນນ້ຳເລິກທຳອິດໂດຍເອກະຊົນລົງທຶນ. ທ່ານ ຫງວຽນດຶກເຖາະ ອະດີດຮອງປະທານຄະນະກຳມະການປະຊາຊົນນະຄອນ ຫ໋າຍຟ່ອງ ໃຫ້ຮູ້ວ່າ:

 “ການເປີດທ່າກຳປັ່ນຄອນເທນເນີສາກົນ ອາເຕໂກ ເຂົ້າໃຊ້ການແມ່ນເຫດການທີ່ສຳຄັນປະກອບສ່ວນຕອບສະໜອງຄວາມຕ້ອງການຂົນສົ່ງສິນຄ້າໃນພາກພື້ໜ ແລະ ສາກົນ”. ນອກຈາກນັ້ນບັນດາກິດຈະກຳໂຄງລ່າງໄຟຟ້າ ດ້ວຍບັນດາຂອບຂະໜາດໃຫຍ່ກໍ່ພວມມີບົດບາດສຳຄັນຂອງປະເທດຊາດ. ບັນດາໂຄງການຄືລະບົບເຄືອຂ່າຍໄຟຟ້າ 500 ກິໂລໂວນ, ໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນ ລ່າວກາຍ - ຫວິງອຽນ, ໂຮງງານໄຟຟ້ານ້ຳຕົກ ຮວ່າບິ່ງ ເປີດກວ້າງ, ບັນດາກຸ່ມໄຟຟ້າແຮງລົມຢູ່ນອກຝັ່ງທະເລ, ໄຟຟ້າອາຍແກັສ ທີ່ມີມູນຄ່ານັບຕື້ໂດລາສະຫະລັດ ບໍ່ພຽງແຕ່ຮັບປະກັນຄວາມໝັ້ນຄົງດ້ານພະລັງງານເທົ່ານັ້ນ ຫາກຍັງເປັນການຍູ້ແຮງການຫັນປ່ຽນສູ່ແຫຼ່ງພະລັງງານຂຽວຍືນຍົງ.

ສຳລັບເຄືອຂ່າຍອິນເຕີເນັດ, ໂຄງລ່າງໂທລະຄົມ 5G ແລະ ສູນຂໍ້ມູນພວມໄດ້ຮັບການຜັນຂະຫຍາຍຢ່າງແຂງແຮງ. ວັນທີ 4 ສິງຫາ ທີ່ຜ່ານມາ ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ ຫວຽດນາມ ໄດ້ນຳລະບົບສາຍກາບດິນຕໍ່ແຜ່ນເຂົ້າເຄື່ອນໄຫວຢ່າງເປັນທາງການ ດ້ວຍຄວາມຍາວທັງໝົດປະມານ 3.900 ກິໂລແມັດ, ຕິດຕັ້ງຜ່ານ 5 ປະເທດ  ຫວຽດນາມ, ລາວ, ໄທ, ມາເລເຊຍ ແລະ ສິງກະໂປ. ທ່ານ ຫງວຽນແທັ່ງຈຸງ ຫົວໜ້າກົມໂທລະຄົມກະຊວງວິທະຍາສາດ ແລະ ເຕັກໂນໂລຊີຖືວ່າ:

“ອາດຈະເຫັນວ່າລະບົບສາຍກາບແສງສາກົນ ໃນວັນນີ້ແມ່ກິດຈະກຳສັນຍາລັກແຫ່ງນ້ຳໃຈປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ເປັນເຈົ້າການເຊື່ອມໂຍງ ແລະ ເປັນເຈົ້າໂຄງລ່າງດີຈີຕອນຂອງ ຫວຽດນາມ ແມ່ນພື້ນຖານທີ່ສຳຄັນ ເພື່ອຫັນເປົ້າໝາຍພັດທະນາໂຄງລ່າງດີຈີຕອນຢ່າງຄົບຊຸດທັນສະໄໝໃຫ້ປາກົດຜົນເປັນຈິງ”.

ບັນດາກິດຈະກຳໃໝ່ໄດ້ສະແດງໃຫ້ເຫັນການເຕີບໃຫຍ່ຄຸນນະທາດ ຄວາມເປັນເຈົ້າທາງດ້ານເຕັກໂນໂລຢີຂອງຊາວ ຫວຽດນາມ ພ້ອມທັງສ່ອງແສງເຖິງຄວາມມານະພາຍາຍາມ ຈິດໃຈສາມັກຄີຂອງທັງລະບົບການເມືອງເພື່ອຫັນຄວາມຄາດຫວັງກໍ່ສ້າງປະເທດຊາດທີ່ເຂັ້ມແຂງ ປະຊາຊົນຮັ່ງມີ ຈະເລີນຮຸ່ງເຮືອງ ແລະ ມີຄວາມໝັ້ນໃຈກ້າວເດີນໃນອະນາຄົດ.

TAG
VOV/VOVworld/ກິດ​ຈະ​ກຳ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ