ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ໃຫ້ການຕ້ອນຮັບທ່ານ Jonathan Krane ຜູ້ສ້າງຕັ້ງທັງເປັນຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດ KraneShares (ພາບ: VGP) |
ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການເດີນທາງໄປປະຕິບັດງານຢູ່ ອາເມລິກາ, ວັນທີ 25 ມີນາ (ຕາມເວລາ ນິວຢອກ), ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ໃຫ້ການຕ້ອນຮັບການນຳບັນດາອົງການການເງິນ ແລະ ກອງທຶນລົງທຶນແຖວໜ້າກ່ຽວກັບເຕັກໂນໂລກການເງິນໃໝ່ເພື່ອແນໃສ່ແນະນຳກ່ຽວກັບສູນການເງິນສາກົນຢູ່ ຫວຽດນາມ, ຮຽກຮ້ອງການລົງທຶນ, ເຊື່ອມຕໍ່ ແລະ ການຮ່ວມມືໃນຂົງເຂດການເງິນ - ທະນາຄານ.
ການນຳບັນດາອົງການການເງິນ ແລະ ກອງທຶນລົງທຶນແຖວໜ້າກ່ຽວກັບການເງິນ ຂອງອາເມລິກາ ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະຊອກຮູ້ຢ່າງເລິກເຊິ່ງກວ່າ ແລະ ເຂົ້າຮ່ວມການສົນທະນານະໂຍບາຍກັບບັນດາອົງການຄຸ້ມຄອງຢູ່ ຫວຽດນາມ ກ່ຽວກັບການພັດທະນາ ສູນການເງິນສາກົນ, ພ້ອມທັງປາດຖະໜາຢາກ ຊອກຫາໂອກາດຮ່ວມມື ແລະ ລົງທຶນຢູ່ ຫວຽດນາມ. ທ່ານ Jonathan Krane ຜູ້ສ້າງຕັ້ງທັງເປັນຜູ້ອຳນວຍການຝ່າຍບໍລິຫານ ບໍລິສັດ KraneShares ສະເໜີແນວຄວາມຄິດການຈັດບັນດາເຫດການສາກົນຄື “ວັນຫວຽດນາມ” ຢູ່ ຕະຫຼາດຫຼັກຊັບ ນິວຢອກ ເພື່ອໂຄສະນາຄວາມສາມາດບົ່ມຊ້ອນຂອງຕະຫຼາດການເງິນ ຂອງ ຫວຽດນາມ.
ໂດຍຕີລາຄາສູງບັນດາຂໍ້ສະເໜີແນະ ແລະ ຂໍ້ສະເໜີການຮ່ວມມື, ທ່ານ ຫງວຽນຮວ່າບິ່ງ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ຈະຮ່ວມເດີນທາງ ແລະ ຮັບຟັງບັນດານັກລົງທຶນ, ດ້ວຍບັນດາເຕັກໂນໂລຢີດ້ານການເງິນ ທີ່ຍັງໃໝ່ອ່ຽງສຳລັບໂລກເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ, ການຮ່ວມເດີນທາງຂອງບັນດາອົງການການເງິນ ແລະ ກອງທຶນລົງທຶນ ຈະປະກອບສ່ວນສ້າງບັນດານະໂຍບາຍທີ່ພວມຢູ່ໃນໄລຍະທົດລອງຂອງ ຫວຽດນາມ ໃຫ້ສົມບູນແບບກວ່າເກົ່າ.




