ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີເນື້ອໃນຈົດໝາຍ, ອີແມວ ແລະ ຕອບຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ.
ເພື່ອເປັນການເປີດສາກລາຍການມື້ນີ້, ພວກເຮົາຂໍຝາກຄຳຂອບອົກຂອບໃຈເຖິງທ່ານ: ຫງວຽນວັນແຕ້ວ, ເພັດສະຫວັນ, ເພັດສະໝອນ, ຄຳວອນ, ວັນວິໄລ, ຄຳເຜີຍ… ທີ່ໄດ້ຝາກຄຳອວຍພອນປີໃໝ່ອັນດີງາມມາຍັງພວກເຮົາ. ເນື່ອງໃນໂອກາດນີ້, ບັນນາທິການ, ໂຄສົກຂອງພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ອວຍພອນໃຫ້ຜູ້ຝັງທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກພ້ອມກັບຄອບຄົວ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ… ຫວັງວ່າໃນປີໃໝ່ນີ້, ທ່ານຜູ້ຟັງຈະສົ່ງຈົດໝາຍ, ອີແມວ, ໂທລະສັບມາຍັງລາຍການຫຼາຍກ່ວາອີກເພື່ອໃຫ້ລາຍການນັບມື້ນັບດູດດື່ມຕໍ່ຜູ້ຟັງ, ຜູ້ອ່ານ.
+++
![]() ງານບຸນເຈົ້າແມ່
(ພາບ: dulichlehoi.com) |
ເພື່ອນໝອນ, ຢູ່ແຂວງ ຈຳປາສັກ ໄດ້ໂທລະສັບມາຍັງລາຍການ ແລະ ຖາມວ່າ ໃນເດືອນຈຽງ ຢູ່ ຫວຽດນາມ ມີງານບຸນໃດແດ່?
ເພື່ອນໝອນທີ່ຮັກແພງ, ໃນເດືອນຈຽງແຕ່ລະປີ ຢູ່ ຫວຽດນາມ, ພິເສດແມ່ນຢູ່ພາກເໜືອມີຫຼາຍງານບຸນໄດ້ຮັບການຈັດຕັ້ງຂຶ້ນ, ໃນນັ້ນມີບັນດາງານບຸນໃຫຍ່ຄື:
ງານບຸນນະວັດສະການວັດເຮືອງ: ນີ້ແມ່ນງານບຸນທີ່ດຶງດູດຄວາມສົນໃຈຂອງປະຊາຊົນໃນທົ່ວປະເທດທີ່ສຸດ. ຕາມທຳນຽມແລ້ວ, ວັນໄຂງານບຸນແມ່ນວັນທີ 6 ເດືອນ ຈຽງ ແລະ ແກ່ຍາວຮອດເດືອນ 3 ໄລ່ຕາມຈັນທະປະຕິທິນ. ຕາມຄະນະຈັດຕັ້ງງານບຸນແລ້ວ, ປີນີ້ຈະມີບັນດາຈຸດໃໝ່ເພື່ອສ້າງຄວາມສະດວກໃຫ້ແກ່ແຂກເຂົ້າຮ່ວມ.
ງານບຸນ ອຽນຕື໋: ງານບຸນ ອຽນຕື໋ ໄດ້ຮັບການຈັດຕັ້ງຢູ່ຕາແສງ ເທື້ອງອຽນກົງ, ເມືອງ ອວງບີ໋, ແຂວງ ກວາງນິງ. ໄດ້ຮັບການໄຂຂຶ້ນໃນວັນທີ 10 ເດືອນຈຽງ. ດ້ວຍບັນດາພິທີທີ່ເປັນປະເພນີຄື: ພິທີຖະຫວາຍທູບທຽນ, ພິທີພາວະນາຂໍໃຫ້ປະຊາຊົນມີຄວາມສະຫງົບສຸກ, ການສະແດງບັນດາລາຍການສິລະປະທີ່ເປັນມູນເຊື້ອ, ພິທີຕັ້ງທັບສັກສິດ ອຽນຕື໋…
ງານບຸນ ເຈົ້າແມ່: ນີ້ແມ່ນງານບຸນໃຫຍ່ຢູ່ພາກເໜືອ, ພິເສດແມ່ນສຳລັບວົງການນັກທຸລະກິດ, ຄ້າຂາຍ. ທ້າຍປີໄປຊຳລະໜີ້, ຕົ້ນປີໄປກູ້ຢືມເງິນຈາກ ເຈົ້າແມ່ ໄດ້ກາຍເປັນປະເພນີທີ່ມີມາແຕ່ດົນນານຢູ່ ຫວຽດນາມ. ວິຫານຂອງເຈົ້າແມ່ຕັ້ງຢູ່ ບ້ານ ໂກ໋ເໝ, ເມືອງ ຫວູນິງ, ແຂວງ ບັກນິງ. ງານບຸນນີ້ໄດ້ຖືກໄຂຂຶ້ນໃນວັນທີ 14 ເດືອນຈຽງ.
ງານບຸນ ລີມ (ບັກນິງ): ງານບຸນ ລີມ ແມ່ນງານບຸນໃຫຍ່ຢູ່ແຂວງ ບັກນິງ, ງານບຸນໄດ້ຮັບການຈັດຕັ້ງໃນວັນທີ 13 ເດືອນຈຽງ ປະຈຳປີ, ໃນເມືອງ ຕຽນຢູ. ງານບຸນນີ້ແມ່ນການດຳລົງຊີວິດວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຊົນຂັບ ກວານຫໍ້.
ນອກຈາກນັ້ນຍັງມີນັບສິບໆງານບຸນໄດ້ຮັບການຈັດຕັ້ງຢູ່ແຂວງຕ່າງໆໃນທົ່ວປະເທດ. ຖ້າມີໂອກາດເຊີນທ່ານຜູ້ຟັງມາເຂົ້າຮ່ວມບັນດາງານບຸນປະເພນີຢູ່ຫວຽດນາມ.
ລາຍການໂອ້ລົມກັບເພື່ອນລາວຂອງພວກເຮົາຂໍ້ສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ໃດມີຄວາມສົນໃຈ ແລະ ຢາກປະກອບຄຳເຫັນໃຫ້ລາຍການກະລຸນາສົ່ງຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ-ພາກພາສາລາວ-ເຮືອນເລກທີ 45 ຖະໜົມບາຈ້ຽວ-ຮ່າໂນ້ຍ ຫຼືໂທລະສັບມາໂດຍກົງຕາມເບີໂທ: 0084.43.8256631, ອີແມວ: Laovov@yahoo.com ຫຼື laovov5@gmail.com. ພວກເຮົາຍິນດີຕ້ອນຮັບ ແລະ ພ້ອມແລ້ວຈະຕອບຄຳຖາມຂອງທ່ານທຸກປະການ. ຂໍຂອບໃຈທ່ານທີ່ໄດ້ຕິດຕາມຮັບຟັງ ແລະ ຊົມລາຍການຂອງພວກເຮົາ.




