logo

ບັນ​ດາ​ຊາວ​ກະ​ສິ​ກອນ​ໜຸ່ມ​ໃນ​ສັງ​ກາດ​ບຸກ​ບືນ​ຂອງ​ຊາດ

2025/2/2 | 09:00:00

(VOVWORLD) - ມີຊາວໜຸ່ມຢູ່ເຂດຊົນນະບົດຫຼາຍຄົນພວມ Startup ແຕ່ບັນດາຜະລິດຕະພັນກະເສດ, ວັດຖຸດິບທີ່ມີຢູ່ບ້ານເກີດເມືອງນອນ. ມີຫຼາຍຄົນໃນເຂົາເຈົ້າໄດ້ປະສົບຜົນສຳເລັດ, ສ້າງໄດ້ເຄື່ອງໝາຍສິນຄ້າທີ່ມີອິດທິພົນຊື່ສຽງຢູ່ຕະຫຼາດທັງຢູ່ພາຍໃນ ແລະ ຕ່າງປະເທດ.



ອ້າຍ ໂດດັງຄວາ (ພາບ: VOV)

ມີຜູ້ບໍລິໂພກຫຼາຍຄົນທັງຢູ່ພາຍໃນ ແລະ ຕ່າງປະເທດໄດ້ເປັນທີ່ຮູ້ຈັກກັນດີກັບບັນດາຜະລິດຕະພັນທີ່ເຮັດຈາກໄຍໝາກບວບທີ່ມີເຄື່ອງໝາຍ “Mr ໝາກບວບ” ຂອງບໍລິສັດ Green Is Gold ຈຳກັດ. ອ້າຍ ໂດດັງຄວາ ຢູ່ແຂວງ ດົ່ງທາບ ທັງແມ່ນ Founder ແລະ CEO, ຜູ້ກໍ່ສ້າງ ແລະ ບໍລິຫານບໍລິສັດ.

ອ້າຍ ແລະ ບັນດາສະມາຊິກໃນກຸ່ມຂອງຕົນໄດ້ຮັບການໜູນຊ່ວຍຈາກໂຄງການ “Startup ສີຂຽວ” ຂອງສູນຄົ້ນຄ້ວາດຳເນີນທຸລະກິດ ແລະ ໜູນຊ່ວຍວິສາຫະກິດ (ສູນ BSA). ອ້າຍ ໂດດັງຄວາ ໃຫ້ຮູ້ວ່າ:

ຫວຽດນາມ ແມ່ນປະເທດກະສິກຳ ດ້ວຍທ່າແຮງກ່ຽວກັບແຫຼ່ງຊັບພະຍາກອນທ້ອງຖິ່ນ. ເມື່ອເລືອກກັບເມືອບ້ານເກີດ, ຂ້າພະເຈົ້າຄິດວ່າ ຕ້ອງເຮັດສິ່ງໃດສິ່ງໜຶ່ງເພື່ອສາມາດໝູນໃຊ້ໄດ້ແຫຼ່ງຊັບພະຍາກອນທ້ອງຖິ່ນແມ່ນ ມະນຸດ, ວັດຖຸດິບທີ່ມີຢູ່ແລ້ວຂອງພໍ່ແມ່ປະຊາຊົນ. ຈາກນັ້ນ ກໍ່ສົມທົບກັບພູມປັນຍາຂອງຕົນ ເພື່ອຫັນວິວັດການຜະລິດໃຫ້ດີທີ່ສຸດ, ສ້າງເປັນຜະລິດຕະພັນທີ່ມີລາຍຮັບສູງ, ນຳມາເຊິ່ງຜົນປະໂຫຍດທີ່ດີກວ່າ.

ກໍ່ຄືກັນກັບອ້າຍ ໂດດັງຄວາ, ອ້າຍ ດັ້ງແຄງຢຸຍ ຜູ້ອຳນວຍການໃຫຍ່ ບໍລິສັດ ເຕິນຍຽນ ຈຳກັດ ຢູ່ເມືອງ ຮວ່າແທັງ, ແຂວງ ໄຕນິງ ໄດ້ເລືອກກັບເມືອຊົນນະບົດ ໄຕນິງ ເພື່ອ Startup ດ້ວຍຜະລິດຕະພັນທີ່ເປັນມູນເຊື້ອຂອງທ້ອງຖິ່ນແມ່ນແຜ່ນຢໍ່ ແລະ ເກືອຈ້ຳ. ອ້າຍ ຢຸຍ ໃຫ້ຮູ້ວ່າ ແຕ່ດົນນານມາແລ້ວ, ເຂົ້າຂຽບຂອງຊາວໄຕນິງ ພຽງແຕ່ຂາຍພາຍໃນປະເທດເທົ່ານັ້ນ ປັດຈຸບັນຢາກຂາຍໄປຍັງຕ່າງປະເທດຕ້ອງປັບປຸງຮູບແບບ ແລະ ຄຸນນະພາບ. ອ້າຍ ດັ້ງແຄງຢຸຍ ໃຫ້ຮູ້ວ່າ:

ຂ້າພະເຈົ້າໄດ້ລົງທຶນ ແລະ ໝູນໃຊ້ວິວັດການຜະລິດທີ່ທັນສະໄໝເພື່ອເຮັດຜະລິດຕະພັນແຜ່ນຢໍ່ ເຕິນຍຽນ. ຜ່ານນັ້ນ, ຜະລິດຕະພັນກໍ່ມີຄຸນນະພາບສູງກວ່າ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຕະຫຼາດທີ່ມີມາດຕະຖານສູງ, ຈາກນັ້ນການສົ່ງອອກກໍ່ຈະງ່າຍຂຶ້ນ.

ປັດຈຸບັນ, ບໍລິສັດ ເຕິນຍຽນ ຈຳກັດ ຍັງຊ່ວຍເຫຼືອໄວໜຸ່ມຢູ່ທ້ອງຖິ່ນ Startup ແລະ ນຳຜະລິດຕະພັນອອກຂາຍຢູ່ຕະຫຼາດຄື: ເກືອ ເຍິດວິ, Mr. ມ໋ວຍ (Mr. ເກືອ), ແຜ່ນຢໍ່ ເຍິດວິ… ບັນດາຜະລິດຕະພັນນີ້ພ້ອມກັບແຜ່ນຢໍ່ ເຕິນເຍິດ ພວມມີໜ້າຢູ່ຕະຫຼາດ ສ.ເກົາຫຼີ, ຍີ່ປຸ່ນ, ອາເມລິກາ, ຈີນ ດ້ວຍການນຳເຂົ້າທາງການ.

ນັກສິລະປະການດ້ານອາຫານການກິນ ບຸຍທິເຊືອງ ໃຫ້ຮູ້ວ່າ ທ່ານນາງໄດ້ເຫັນປະຈັກຕາຊາວໜຸ່ມຫຼາຍຄົນທີ່ເປັນພໍ່ຄົວແມ່ຄົວໄດ້ Startup ຢ່າງສຳເລັດຜົນຈາກບັນດາສິນທີ່ພິເສດຂອງບ້ານເກີດ.

ຍາມໃດກໍ່ມີບັນດາສິ່ງໃໝ່ອ່ຽມຈາກເພື່ອນໜຸ່ມ, ນັບແຕ່ຈິນຕະນາການຈົນຮອດວຽກເຮັດງານທຳເຊິ່ງບັນດາເພື່ອນໜຸ່ມຜັນຂະຫຍາຍ. ຍາມໃດກໍ່ແມ່ນແຫຼ່ງກຳລັງໃໝ່, ຕັ້ງໜ້າ ເພື່ອເຮັດແນວໃດຈະສາມາດນຳບັນດາຜະລິດຕະພັນທີ່ມີລັກສະນະທ້ອງຖິ່ນ ແລະ ຜະລິດຕະພັນ OCOP ເຂົ້າໃນຊີວິດຕົວຈິງຂອງຊາວ ຫວຽດນາມ, ເພື່ອຮັບໃຊ້ແຂກທ່ອງທ່ຽວ, ພິເສດແມ່ນແຂກທ່ອງທ່ຽວຕ່າງປະເທດ.

ສ່ວນຕາມນັກຊ່ຽວຊານດ້ານເສດຖະກິດ ຟ້າມຈີລານ ແລ້ວ, ຊາວໜຸ່ມໃນປັດຈຸບັນນັບມື້ນັບມີການປ່ຽນແປງທີ່ຕັ້ງໜ້າກ່ຽວກັບຈິນຕະນາການ, ຄວາມຮັບຮູ້, ກ້າທີ່ຈະ Startup, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່ໃນຊີວິດການເປັນຢູ່. ພ້ອມກັນນັ້ນ, ໃນການ Startup, ຖັນແຖວນັກທຸລະກິດກະສິກຳໜຸ່ມ ກໍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງລັກສະນະສີຂຽວ, ຈາກວັດຖຸດິບຕະຫຼອດຮອດການຜະລິດ ແລະ ຊົມໃຊ້.

ບັນດາເພື່ອນໜຸ່ມ Startup ມີຄວາມເອົາໃຈໃສ່ທີ່ສຸດເຖິງລັກສະນະປະດິດຄິດສ້າງ, ຕ້ອງໝູນໃຊ້ເຕັກໂນໂລຢີໃໝ່, ລະບົບຄຸ້ມຄອງໃໝ່ ຫຼື ມີວິທີການເຮັດໃໝ່, ມີຄວາມກ້າວໜ້າຈະແຈ້ງພໍສົມຄວນ. ຄວາມສາມາດໃນການຫັນບັນດາຜະລິດຕະພັນເປັນການຄ້າ ແມ່ນຈຸດສຳຄັນໃນສະພາບການຕະຫຼາດທີ່ມີຄວາມແກ້ງແຍ້ງຢ່າງດຸເດືອດຄືໃນປັດຈຸບັນ, ຄວາມລຶ້ງເຄີຍຂອງຜູ້ບໍລິໂພກກໍ່ມີການປ່ຽນແປງ.

ມີຜະລິດຕະພັນຫຼາຍຢ່າງໄດ້ຮັບການຜະລິດຈາກເຫື່ອແຮງ ແລະ ພູມປັນຍາຂອງບັນດານັກທຸລະກິດກະສິກອນໜຸ່ມຄື: ນ້ຳຈາກຊໍ່ດອກໝາກພ້າວ Sokfarm, ນ້ຳຈາກກ້ານພ້າວ, ເຂົ້າໜົມ ຕືບົງ… ໄດ້ກາຍເປັນຜະລິດຕະພັນທີ່ລຶ້ງເຄີຍສຳລັບຜູ້ບໍລິໂພກທັງຢູ່ພາຍໃນ ແລະ ຕ່າງປະເທດ, ຜ່ານນັ້ນ ກໍ່ປະກອບສ່ວນນຳສິນຄ້າ ຫວຽດນາມ ອອກສູ່ໂລກ.

TAG
VOV/VOVworld/Startup/ຊາວ​ໜຸ່ມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ