logo

ບັນ​ດາ​ຍາ​ກາດ​ຄຶກ​ຄື້ນໃນ​ໂອ​ກາດ​ທ້າຍ​ປີ​ຢູ່​ໝູ່​ບ້ານ​ເຮັດ​ທູບ ບາວ​ເອິນ

2026/2/12 | 17:00:00
(VOVWORLD) - ໃນຊຸມວັນໃກ້ຈະຮອດບຸນເຕັດ, ໝູ່ບ້ານອາຊີບເຮັດທູບພື້ນເມືອງບ້ານ ບາວເອິນ, ຕາແສງ ມາຍຟຸ, ແຂວງ ຮ່າຕິ້ງ ມີບັນຍາກາດການຜະລິດທີ່ຄຶກຄື້ນເພື່ອເຮັດທູບຮັບໃຊ້ຕະຫຼາດບຸນເຕັດປະຈຳຊາດ, ປີມະເມຍ 2026. ດ້ວຍສີມືອັນຄ່ອງແຄ້ວ, ລະອຽດລະອໍຂອງນາຍຊ່າງ, ທູບຂອງໝູ່ບ້ານ ບາວເອິນ ໄດ້ຮັບການຄັດເລືອກຈາກແຂກທັງຢູ່ໃກ້ ແລະ ຢູ່ໄກເພື່ອຈູດທູບເທິງຮ້ານບູຊາບັນພະບູລຸດ.
ຕາກແດດເພື່ອທູບຫອມດົນ (ພາບ: ກີມລ້ຽວ)

     ໝູ່ບ້ານອາຊີບເຮັດທູບພື້ນເມືອງບ້ານ ບາວເອິນ ມີອາຍຸກວ່າ 50 ປີ ແລະ ໄດ້ຈົດຊື່ເຂົ້າໃນບັນຊີລາຍຊື່ບັນດາໝູ່ບ້ານອາຊີບພື້ນເມືອງທີ່ມີຊື່ສຽງຂອງ ຫວຽດນາມ. ເຖິງວ່າໄດ້ຜະລິດຕະຫຼອດປີກໍ່ຕາມແຕ່ຮອດທ້າຍປີຍາມໃດກໍ່ແມ່ນເວລາຈຸດສຸມ, ບັນຍາກາດການຜະລິດທູບຂອງໝູ່ບ້ານພັດມີຄວາມຄຶກຄື້ນ, ຫ້າວຫັນກວ່າໝູ່, ລົດແຕ່ລະຖ້ຽວໄດ້ຂົນສົ່ງວັດຖຸດິບ, ຜະລິດຕະພັນໄປມາຢ່າງຄັບຄາໜາແໜ້ນ. ທ່ານ ເລຕຽນເລືອງ, ປະທານສະມາຄົມຕາແສງ ມາຟຸ ໃຫ້ຮູ້ວ່າ:

            ປະມານກາງເດືອນຕຸລາ, ປຊຊ ໃນໝູ່ບ້ານໄດ້ສຸມໃສ່ປັບປຸງເຄື່ອງຈັກ, ເກັບຊື້ວັດຖຸດິບເພື່ອກະກຽມເຮັດທູບ ສະໜອງຜະລິດຕະພັນໃຫ້ ປຊຊ ທັງຢູ່ພາຍໃນ ແລະ ນອກແຂວງຢ່າງພຽງພໍຄື: ກວາງຈີ້, ເງະອານ… ອາຊີບເຮັດທູບຢູ່ບ້ານ ບາວເອິນ ໄດ້ແກ້ໄຂວຽກເຮັດງານທຳໃຫ້ແກ່ ປຊຊ ຢູ່ທີ່ນີ້ ພ້ອມທັງຮັກສາມູນເຊື້ອອັນດີງາມທີ່ລຸ້ນພໍ່ລຸ້ນອ້າຍໄດ້ປະໄວ້ໃຫ້.

ບັນດາຂັ້ນຕອນເຮັດທູບ (ພາບ: ກີມລ້ຽວ)

             ເພື່ອເຮັດໄດ້ທູບທີ່ຫອມນັ້ນ, ຮຽກຮ້ອງໃຫ້ນາຍຊ່າງໝູ່ບ້ານ ບາວເອິນ ຕ້ອງຄັດເລືອກວັດຖຸດິບຢ່າງລະອຽດລະອໍທີ່ສຸດ. ວັດຖຸດິບແມ່ນເອົາມາຈາກທຳມະຊາດທັງໝົດ ຮັບປະກັນຄວາມປອດໄພໃຫ້ແກ່ສຸຂະພາບ. ຈຸດພິເສດຂອງທູບຂອງໝູ່ບ້ານແຫ່ງນີ້ແມ່ນການປະສົມຂອງຢາສະໝຸນໄພກວ່າ 30 ຊະນິດ ແລະ ຢາງເອົາມາຈາກເປືອກຕົ້ນໄມ້ເພື່ອສ້າງໃຫ້ມີກິ່ນຫອມອຸ່ນ, ຫວານ ແລະ ມີຄວາມໜຽວທີ່ເປັນທຳມະຊາດ. ຕີນທູບເຮັດຈາກໄມ້ໄຜ່ແຫຼມ, ຍ້ອມສີແດງແລ້ວເອົາໄປຕາກໃຫ້ແຫ້ງ. ອ້າຍ ນິງວັນລອງ, ຜູ້ທີ່ເຮັດທູບມາເປັນເວລາກວ່າ 30 ປີຢູ່ໝູ່ບ້ານ ບາວເອິນ ໃຫ້ຮູ້ວ່າ:

               ອາຊີບເຮັດທູບຢູ່ນີ້ໄດ້ມີມູນເຊື້ອຜ່ານຫຼາຍລຸ້ນຄົນແລ້ວ. ສ່ວນຫຼາຍແມ່ນໄດ້ຜະລິດທູບເພື່ອຮັບໃຊ້ຄວາມຕ້ອງການໃນຊີວິດດ້ານຈິດວິນຍານ. ເພື່ອເຮັດບັນດາຜະລິດຕະພັນທີ່ມີຄຸນນະພາບ ແມ່ນຕ້ອງມີຄວາມລະມັດລະວັງ ລອບຄອບຖີ່ຖ້ວນນັບແຕ່ຂອດເລືອກວັດຖຸດິບ, ບົດເປັນແປ້ງ, ການປະສົມ, ລີ້ງແປ້ງພັນທູບ ຕະຫຼອດຮອດການຕາກ ຫຼືອົບແຫ້ງ… ສິ່ງສຳຄັນແມ່ນຕ້ອງນຳໃຊ້ວັດຖຸດິບປອດສານພິດ, ປະສົມຢາສະໝູນໄພຊະນິດຕ່າງໆ ແລະ ທາດຫອມທີ່ເປັນທຳມະຊາດຢ່າງກົມກຽວ ເພື່ອສ້າງເປັນກິ່ນຫອມສະບາຍ.

ຜະລິດຕະພັນທູບຂອງໝູ່ບ້ານ ບາວເອິນ (ພາບ: ກີມລ້ຽວ)

             ນາຍຊ່າງຕ້ອງເຮັດຫຼາຍຂັ້ນຕອນຄື: ປະສົມວັດຖຸດິບ, ລິ້ງແປ້ງພັນທູບ, ຕາກໃຫ້ແຫ້ງ ເພື່ອເຮັດເປັນທູບທີ່ມີຄຸນນະພາບດີ. ເອື້ອຍ ເລທິລຽນ ຄອບຄົວໜຶ່ງທີ່ເຮັດທູບມາເປັເວລາຫຼຍປີຢູ່ໝູບ້ານອາຊີບເຮັດທູບ ບາວເອິນ ແບ່ງປັນວ່າ:

            ໃນບັນດາຂັ້ນຕອນເຮັດທູບ, ທຳອິດແມ່ນເລືອກແປ້ງເຮັດທູບ ແລະ ບັນດາວັດຖຸດິບອື່ນໆ. ແປ້ງທູບແມ່ນເຮັດຈາກແປ້ງຂອງໝາກສະນັດ, ສະໝູນໄພພື້ນເມືອງ, ຂີ້ເລື່ອຍ, ໄມ້ໄຜ່ເຮັດລຳທູບ. ຫຼັງຈາກປະສົມແປ້ງແລ້ວແມ່ນຕ້ອງຄົນໃຫ້ເຂົ້າກັນ. ຈາກນັ້ນ ກໍ່ຄົນນ້ຳໃສ່ແລ້ວອັດ ລິ້ງແປ້ງໃສ່ໄມ້ໄຜ່ລຳຂອງທູບ. ເມື່ອເຮັດເປັນທູບແລ້ວຕ້ອງເອົາໄປຕາກແຫ້ງເພື່ອໃຫ້ທູບຫອມດົນ.

        ເຖິງວ່າມີເຄື່ອງຈັກເຮັດແທນແລ້ວກໍ່ຕາມ ແຕ່ຫຼາຍຄອບຄົວເຮັດທູບຢູ່ໝູ່ບ້ານ ບາວເອິນ ຍັງເຮັດແບບຫັດຖະກຳເປັນສ່ວນຫຼາຍ ນັບແຕ່ຂັ້ນຕອນປະສົມສີເພື່ອຍ້ອມ ຕະຫຼອດຮອດການລິ້ງແປ້ງພັນທູບ. ດັ່ງນັ້ນ, ທູບຢູ່ໝູ່ບ້ານນີ້ມີກິ່ນຫອມພິເສດສະເພາະ, ບັນດາລູກຄ້າທັງໃກ້ ແລະ ໄກໄດ້ເລືອກຊື້ເພື່ອຖະຫວາຍຂຶ້ນຮ້ານບູຊາບັນພະບູລຸດໃນໂອກາດບຸນເຕັດ. ເອື້ອຍ ດັງທິບິກ, ຢູ່ຕາແສງ ຢ້ຽນເຈົາ, ແຂວງ ເງະອານ ໃຫ້ຮູ້ວ່າ:

ຂ້າພະເຈົ້າມາຈາກ ເງະອານ ມາຊື້ທູບຢູ່ນີ້ເພື່ອເອົາເມືອຂາຍຢູ່ບ້ານ. ທູບຂອງໝູ່ບ້ານ ບາວເອິນ ມີກິ່ນຫອມອ່ອນສະບາຍ, ເມື່ອຈູດແລ້ວຂີ້ທູບກົ່ງກ້ຽວງາມທີ່ສຸດ. ຫຼາຍຄົນກໍ່ມັກຊື້ທູບຢູ່ທີ່ນີ້. ໃນໂອກາດບຸນເຕັດ, ຄວາມຕ້ອງການໃຊ້ທູບໄດ້ເພີ່ມຂຶ້ນ, ຂ້າພະເຈົ້າໄດ້ຊື້ປະລິມານຫຼາຍກວ່າເກົ່າເພື່ອເອົາເມືອຂາຍ.

       ໂດຍໄດ້ຜ່ານວິວັດການຮັກສາ ແລະ ພັດທະນາ, ອາຊີບເຮັດທູບຢູ່ໝູ່ບ້ານ ບາວເອິນ (ຮ່າຕິ້ງ) ໄດ້ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດ, ສ້າງວຽກເຮັດງານທຳ ແລະ ຍົກສູງລາຍຮັບເປັນທີ່ປົກກະຕິໃຫ້ແກ່ນັບສິບໆຄອບຄົວ.

   ທູບແຕ່ລະດອກທີ່ໄດ້ຖະຫວາຍ ໄຕ້ຢູ່ເທິງຮ້ານບູຊາໃນໂອກາດບຸນເຕັດນັ້ນ, ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນວາມຮູ້ບຸນຄຸນຂອງລຸ້ນລູກລຸ້ນຫຼານຕໍ່ລຸນກ່ອນເທົ່ານັ້ນ, ຫາກຍັງແມ່ນຈຸດຄວາມງາມດ້ານວັດທະນະທຳພື້ນເມືອງຂອງຊາວ ຫວຽດນາມ ອີກດ້ວຍ. ຢູ່ນັ້ນ, ປຊຊ ໝູ່ບ້ານອາຊີບເຮັດທູບ ບາວເອິນ ຍາມໃດກໍ່ມີຄວາມເອກອ້າງທະນົງໃຈ ທີ່ໄດ້ປະກອບສ່ວນເລກນ້ອຍເຂົ້າໃນຈຸດຄວາມງາມທີ່ເປັນມູນເຊື້ອ, ໂດຍສະເພາະແມ່ນໃນໂອກາດບຸນເຕັດວຽນມາ./.

TAG
VOV/VOVworld/ບັນ​ດາ​ຍາ​ກາດ​ຄຶກ​ຄື້ນໃນ​ໂອ​ກາດ​ທ້າຍ​ປີ​ຢູ່​ໝູ່​ບ້ານ​ເຮັດ​ທູບ ບາວ​ເອິນ/ເອື້ອຍ ເລທິລຽນ/ເອື້ອຍ ດັ້ງທິບິກ/ຢູ່ຕາແສງ ຢ້ຽນເຈົາ/ແຂວງ ເງະອານ/ອ້າຍ ນິງວັນລອງ/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ