logo

ບັນ​ດາ​ທ້ອງ​ຖິ່ນ​ກຽມ​ພ້ອມ​ໃຫ້​ແກ່​ວັນ​ບຸນ​ເລືອກ​ຕັ້ງ

2026/3/9 | 11:36:40
(VOVWORLD) - ໃນຊຸມວັນນີ້, ບັນດາທ້ອງຖິ່ນໃນທົ່ວປະເທດໄດ້ຮີບເຮັ່ງປະຕິບັດໃຫ້ສຳເລັດວຽກງານກະກຽມໃຫ້ແກ່ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາແຫ່ງຊາດປະຊາຊົນທຸກຂັ້ນອາຍຸການ 2026 – 2031 ໃນວັນທີ 15 ມີນາ 2026.

ຄະນະຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ, ສະພາເລືອກຕັ້ງແຫ່ງຊາດໂດຍທ່ານ ເຈິ່ນຊີແທັງ ຫົວໜ້າຄະນະກວດກາສູນກາງ, ກຳມະການສະພາເລືອກຕັ້ງແຫ່ງຊາດເປັນຫົວໜ້າຄະນະໄດ້ລົງກວດກາຕົວຈິງ ແລະ ເຮັດວຽກກັບ ແຂວງດັກລັກກ່ຽວກັບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 (ພາບ: VOV)

ວັນທີ 9 ມີນາ, ຄະນະຕິດຕາມກວດກາຂອງ ຄະນະປະຈຳສະພາແຫ່ງຊາດ, ສະພາເລືອກຕັ້ງ ແຫ່ງຊາດໂດຍທ່ານ ເຈິ່ນຊີແທັງ, ຫົວໜ້າຄະນະກວດກາສູນກາງພັກ, ກຳມະການສະພາເລືອກຕັ້ງແຫ່ງຊາດເປັນຫົວໜ້າຄະນະ ໄດ້ລົງກວດກາຕົວຈິງ ແລະ ເຮັດວຽກກັບ ແຂວງດັກລັກກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ທີ່ການເຮັດວຽກ ກັບຄະນະເລືອກຕັ້ງ ແຂວງ ດັກລັກ,  ທ່ານເຈິ່ນຊີແທ້ງ ຕັກເຕື່ອນແຂວງດັກລັກວ່າ ຍ້ອນມີລັກສະນະພິເສດແມ່ນບໍລິເວນກວ້າງຂວາງ ແລະ ພໍ່ແມ່ປະຊາຊົນບັນດາເປົ້າສ່ວນໜ້ອຍ ເປັນຈຳນວນຫຼາຍ. ດັ່ງນັ້ນ, ທາງແຂວງຕ້ອງສືບຕໍ່ຍູ້ແຮງການໂຄສະນາ, ກະກຽມພື້ນຖານໂຄງລ່າງ ແລະ ວິທີການຈັດການປ່ອນບັດຢູ່ບັນດາເຂດເລືອກຕັ້ງໃຫ້ຄົບຖ້ວນ, ເປັນເຈົ້າການໝູນໃຊ້ການຫັນເປັນດີຈີຕອນໃນການຄຸ້ມຄອງບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ແລະ ລາຍການການເລືອກຕັ້ງ. ເປົ້າໝາຍແມ່ນຈັດຂຶ້ນວັດເລືອກຕັ້ງຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ປອດໄພ ແລະ ປະສົບຜົນສຳເລັດ, ກາຍເປັນວັນບຸນ ຂອງທົ່ວປວງຊົນຢ່າງແທ້ຈິງ.

ຢູ່ຮຶງອຽນ, ວຽກງານຖະແຫຼງຂ່າວ, ໂຄສະນາ ກ່ຽວກັບການເລືອກຕັ້ງໄດ້ຍູ້ແຮງດ້ວຍຫຼາຍຮູບແບບຜ່ານບັນດາກອງປະຊຸມ, ການຝືກອົບຮົບ, ຊ່ອງທາງສື່ມວນຊົນ, ສື່ສັງຄົມອອນໄລ…ຮັບປະກັນການກຳນົດທິດການເມືອງ, ເປັນເອກະພາບ, ຄົບຊຸດແຕ່ຂັ້ນແຂວງລົງຮອດຮາກຖານ.

ປະຕິບັດການລອງກວດກາຕູ້ປ່ອນບັດເລືອກຕັ້ງກ່ອນ ການໄຂ ແລະ ປະຕິບັດຂັ້ນຕອນປ່ອນບັດເລືອກຕັ້ງ
(ພາບ: TTXVN)

ຢູ່ຮ່າຕິງ, ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ພວມໄດ້ຜັນຂະຫຍາຍຢ່າງມີວິທະຍາສາດ.

ວັນທີ 9 ມີນາ, , ຄະນະປະຈຳພັກແຂວງແທັງຮ້ວາໄດ້ຈັດຕັ້ງການການປ່ອນບັດເລືອກຕັ້ງດ້ວຍຮູບແບບທາງໄກຈາກສະຖານທີ່ຖ່າຍທອດສົດ ຄະນະພັກແຂວງ ເຊື່ອມຕໍ່ກັບບັນດາຕາແສງ.

TAG
VOV/VOVworld/ຜູ້​ມີ​ສິດ​ເລືອກ​ຕັ້ງ/ສະ​ພາ​ແຫ່ງ​ຊາດ/ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ/ສະ​ພາ​ປະ​ຊາ​ຊົນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ