logo

ບັນ​ດາ​ປະ​ເທດ​ໃນອາ​ຊຽນ​ພ້ອມ​ກັນ​ມີການ​ກະ​ທຳເພື່ອ​ຮັບ​ມືກັບ​ບັນ​ຫາ​ຕ່າງໆ​ກ່ຽວ​ກັບ​ສິ່ງ​ແວ້ດ​ລ້ອມ

2022/10/6 | 11:08:00
(VOVWORLD) -ດ້ວຍຖານະເປັນປະທານອາຊຽນ 2022, ກຳປູເຈ້ຍ ແລະ ບັນດາປະເທດອາຊຽນ ພວມເພີ່ມທະວີການຮ່ວມມື ແນໃສ່ແກ້ໄຂບັນຫາສິ່ງແວດລ້ອມໃນພາກພື້ນ ແລະ ທົ່ວໂລກ, ດ້ວຍຫົວຂໍ້: “ອາຊຽນພ້ອມກັນແກ້ໄຂສິ່ງທ້າທາຍ”.
ບັນດາປະເທດໃນອາຊຽນພ້ອມກັນມີການກະທຳເພື່ອຮັບມືກັບບັນຫາຕ່າງໆກ່ຽວກັບສິ່ງແວ້ດລ້ອມ (ພາບ: ກະຊວງສິ່ງແວດລ້ອມກຳປູເຈຍ)

ສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ໄດ້ ແລະ ພວມສ້າງຍຸດທະສາດພັດທະນາເສກດຖະກິດ-ສັງຄົມ ຫຼັງໂຄວິດ 19 ເພື່ອຮັບມືກັບໄພນາບຂູ່ຈາກພາຍນອກ, ເຊັ່ນ: ພະຍາດລະບາດ, ການປ່ຽນແປງຂອງດິນຟ້າອາກາດ ແລະ ບັນຫາພູມສາດການເມືອງ, ໃນນັ້ນຂົງເຂດສິ່ງແວດລ້ອມ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດ ສວມບົດບາດສຳຄັນໃນການພັດທະນາເສດຖະກິດພາກພື້ນ. ກ່າວຄຳປາໄສຢູ່ທີ່ພິທີເປີດກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ກ່ຽວກັບສິ່ງແວດລ້ອມຄັ້ງທີ 33 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 5 ຕຸລາ, ຢູ່ແຂວງ ຊຽມຣຽບ, ກຳປູເຈ້ຍ, ທ່ານ Tin Ponlok, ລັດຖະມົນຕີ ກະຊວງສິ່ງແວດລ້ອມ ກຳປູເຈຍ, ໃຫ້ຮູ້ວ່າ ດ້ວຍຖານະເປັນປະທານອາຊຽນ 2022, ກຳປູເຈ້ຍ ແລະ ບັນດາປະເທດອາຊຽນ ພວມເພີ່ມທະວີການຮ່ວມມື ແນໃສ່ແກ້ໄຂບັນຫາສິ່ງແວດລ້ອມໃນພາກພື້ນ ແລະ ທົ່ວໂລກ, ດ້ວຍຫົວຂໍ້: “ອາຊຽນພ້ອມກັນແກ້ໄຂສິ່ງທ້າທາຍ”. ລັດຖະບານຂອງບັນດາປະເທດສະມາຊິກອາຊຽນ ພວມມຸ້ງໄປເຖິງເປົ້າໝາຍປົກປັກຮັກສາສິ່ງແວດລ້ອມ, ພັດທະນາເສດຖະກິດສີຂຽວ, ກໍ່ສ້າງຕົວເມືອງອັດສະລິຍະ, ພັດທະນາພື້ນຖານໂຄງລ່າງໃຫ້ຢືນຍົງ… ໃນໄລຍະທີ່ຈະມາເຖິງ, ວຽກງານສິ່ງແວດລ້ອມຈະສຸມໃສ່ເຈັດຍຸດທະສາດຫຼັກ: ການສຶກສາສິ່ງແວດລ້ອມ, ການຄຸ້ມຄອງສິ່ງແວດລ້ອມເຂດແຄມທະເລ, ຕົວເມືອງຖາວອນ, ການຄຸ້ມຄອງສານເຄມີ ແລະ ຊັບພະຍາກອນນ້ຳ, ການປ່ຽນແປງດິນຟ້າອາກາດ, ການອະນຸລັກຊັບພະຍາກອນທຳມະຊາດ ແລະ ຊີວະນາໆພັນ.

TAG
VOV/VOVworld/ອາຊຽນ/ດິນ​ຟ້າ​ອາ​ກາດ/ສິ່ງທ້າທາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ