ຖະແຫຼງການຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ສະແດງຄວາມເສຍດາຍກ່ຽວກັບບັນດາການຜັນແປໃນປະຈຸບັນ ໃນສະພາບການທີ່ຄວາມມານະພະຍາຍາມທາງການທູດພວມດຳເນີນໄປ. ອາຊຽນ ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຢຸດຕິບັນດາການກະທຳທີ່ເປັນປໍລະປັກໃນທັນທີ, ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈຢ່າງສຸດຂີດ, ຫຼີກລ່ຽງທຸກການກະທຳທີ່ອາດຈະເຮັດໃຫ້ສະພາບການຮ້າຍແຮງຂຶ້ນຕື່ມ ແລະ ແກ້ໄຂບັນດາຄວາມແຕກໂຕນກັນຜ່ານທາງການທູດ ແລະ ການເຈລະຈາ ເພື່ອຜົນປະໂຫຍດຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ.
ອາຊຽນ ກໍ່ຢືນຢັນຄືນພັນທະຂອງທຸກປະເທດໃນການແກ້ໄຂບັນດາຄວາມແຕກໂຕນກັນດ້ວຍສັນຕິວິທີ ແລະ ເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງທຸກໆປະເທດ, ສອດຄ່ອງກັບກົດໝາຍສາກົນ.
ອາຊຽນ ກໍ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາລວມ ໃນການສະໜອງການໜູນຊ່ວຍໂດຍດ່ວນໃຫ້ແກ່ພົນລະເມືອງ ອາຊຽນ, ພິເສດແມ່ນໃນຈຸດເວລານີ້.




