logo

ບັນ​ດາ​ໝູ່​ບ້ານດອກ​ໄມ້​ໃນ​ເຂດ​ພູ​ພຽງ ເລີມ​ວຽນ

2025/3/28 | 11:59:21
(VOVWORLD) - ໂດຍນອນໃນເຂດທີ່ມີຄວາມສູງ 1400 ແມັດເມື່ອທຽບກັບໜ້ານ້ຳທະເລ, ອາກາດເຢັນສະບາຍຕະຫຼອດປີ ດ້ວຍອູນຫະພູມສະເລ່ຍ 18-22 ອົງສາເຊ, ນະຄອນ ດ່າລາດ ແຂວງ ເລິມດົ່ງ ຖືກຂະໜານໜາມວ່າ ແມ່ນເຂດດິນແດນແຫ່ງດອກໄມ້ນັບພັນດອກ. ມາຮອດປະຈຸບັນ, ດ່າລາດ ໄດ້ຂະຫຍາຍບັນດາໝູ່ບ້ານດອກໄມ້ທີ່ເປັນມູນເຊື້ອດ້ວຍຂອບຂະໜາດໃຫ່ຍ ແລະ ມີເຄື່ອງໝາຍການຄ້າສະເພາະ. ສິ່ງດັ່ງກ່າວໄດ້ປະກອບສ່ວນສ້າງຈຸດທີ່ເປັນເອກະລັກພິເສດສະເພາະໃຫ້ແກ່ເຂດດິນແດນແຫ່ງນີ້.

ຊາວໝູ່ບ້ານດອກໄມ້ ຮ່າດົງ ລຸ້ນທຳອິດ (ພາບ: thanhnien.vn)

   ໝູ່ບ້ານດອກໄມ້ ຮ່າດົງ ໃນເຂດພູພຽງ ເລິມວຽນ, ນະຄອນ ດ່າລາດ, ແຂວງ ເລິມດົ່ງ ໄດ້ຮັບການກໍ່ສ້າງຂຶ້ນກ່ອນນີ້ເກືອບ 1 ທົດສະວັດ (ປີ 1930). ຈາກໝູບ້ານດອກໄມ້ແຫ່ງທຳອິດ, ມາຮອດປະຈຸບັນ, ດ່າລາດ ມີໝູ່ບ້ານດອກໄມ້ຫຼາຍແຫ່ງຕື່ມອີກ ເພື່ອສ້າງສີສັນໃຫ້ແກ່ນະຄອນດອກໄມ້. ທ່ານ ຫວູ້ຮຶ້ວຊຽມ ຊາວບ້ານ ຮ່າດົງ ໃຫ້ຮູ້ວ່າ:

  ກຸ່ມໝູ່ບ້ານທຸກແຫ່ງມີຄົນບໍ່ຫຼາຍ, ໄດ້ເຂົ້າມາເຂດດິນແດນແຫ່ງນີ້ເພື່ອບຸກເບີກທີ່ດິນ ຍ້ອນວ່າມີແຕ່ເຂດພູຜາປ່າໄມ້ເທົ່ານັ້ນ. ໃນເບື້ອງຕົ້ນພຽງແຕ່ໄດ້ປູກຜັກເພື່ອສະໜອງໃຫ້ຄົນ ຝະລັ່ງ.

ເກັບກຽວດອດກໄມ້ຢູ່ໝູ່ບ້ານ ທາຍຟຽນ (ພາບ: TTXVN)

   ບັນດາຜູ້ເຮັດສວນທີ່ມີປະສົບການຫຼາຍ ພ້ອມກັບຄວາມດຸໝັ່ນຂະຫຍັນພຽນ ໄດ້ສ້າງເຂດພູຫວ່າງເປົ່າ, ມີແຕ່ໃບຫຍ້າໃຫ້ມີໂສມໜ້າໃໝ່ດ້ວຍບັນດາສວນຜັກ, ສວນດອກໄມ້ທີ່ຂຽວສົດງົດງາມ. ນັບແຕ່ນັ້ນເປັນຕົ້ນມາ, ບ້ານ ຮ່າດົງ ໄດ້ກາຍເປັນໝູ່ບ້ານອາຊີບປູກດອກໄມ້ແຫ່ງທຳອິດຢູ່ ດ່າລາດ. ດອກໄມ້ຢູ່ໝູ່ບ້ານດອກໄມ້ ຮ່າດົງ ໄດ້ພັດທະນາຢ່າງແຮງ, ມີດອກໄມ້ສົດນານ ແລະ ສີສັນສວຍງາມ. ເອື໊ອຍ ເຈິ່ນທິແບຖາວ ຊາວໝູ່ບ້ານດອກໄມ້ ຮ່າດົງ ໃຫ້ຮູ້ວ່າ:

  ເມື່ອກ່ອນໄດ້ປູກດອກໜ້າງົວຊະນິດຕ່າງໆ, ປະຈຸບັນກໍ່ໄດ້ປູກດອກກ້ວຍໄມ້, ຫຼັງຈາກນັ້ນກໍ່ພັດທະນາດອກໄມ້ປະເພດອື່ນໆຕື່ມອີກ ເພື່ອຮັບໃຊ້ການປະດັບປະດາ.

   ໃນເກືອບ 70 ປີກ່ອນ (ຄືປີ 1956), ໝູ່ບ້ານດອກໄມ້ ທາຍຟຽນ ໄດ້ຮັບການສ້າງຕັ້ງຂຶ້ນ, ຍ້ອນເງື່ອນໄຂທຳມະຊາດທີ່ອຳນວຍຄວາມສະດວກ, ແຫຼ່ງນ້ຳອຸດົມສົມບູນຈາກຫ້ວຍນ້ຳຕ່າງໆ ທາຍຟຽນ ກາຍເປັນໜຶ່ງໃນບັນດາອູ່ດອກໄມ້ໃຫ່ຍກ່ວາໝູ່ຂອງນະຄອນ ດ່າລາດ ດ້ວຍເນື້ອທີ່ດິນປູກດອກໄມ້ກ່ວາ 430 ເຮັກຕາ. ທ່ານ ບຸ່ຍວັນໂຮ້ຍ, ຊາວໝູ່ບ້ານດອກໄມ້ ທາຍຟຽນ ແບ່ງປັນວ່າ:

   ແຕ່ລະຄົນຈະມີເຕັກນິກການປູກດອກໄມ້ສະເພາະ. ນັບແຕ່ເມື່ອປູກຈົນຮອດການເກັບກ່ຽວແມ່ນປະມານ 3 ເດືອນ, ຕາມແຕ່ລະລະດູການ. ປູກດອກໄມ້ແບບນີ້ຈະມີລາຍຮັບປະມານ 4.000 USD/ໄລ່. ຖ້າທຽບກັບການປູກຜັກແມ່ນມີລາຍນັບສູງກ່ວາ.

   ພ້ອມກັບໝູ່ບ້ານດອກໄມ້ ຮ່າດົງ, ທາຍຟຽນ, ໝູ່ບ້ານດອກໄມ້ ວ້ານແທັງ ໄດ້ເປັນທີ່ຮູ້ຈັກກັນດີຈາກ ປຊຊ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼາຍ. ຜູ້ປູກດອກໄມ້ຢູ່ ວ້ານແທັງ ໄດ້ສຳຜັດ ແລະ ໝູນໃຊ້ເຕັກໂນໂລຊີປູກດອກໄມ້ໃນເຮືອນແກ້ວ, ຕັ້ງໜ້າຂະຫຍາຍບັນດາແນວພັນດອກໄມ້ໃໝ່. ບໍ່ພຽງແຕ່ໄດ້ປູກດອກໄມ້ປະເພດເກົ່າຄື: ດອກກຸຫຼາບ, ດອກເບັນຈະມາດ, ດອກຄາເນຊັ່ນ… ເຂົາເຈົ້າຍັງປູກທົດລອງ ແລະ ຜະລິດບັນດາຊະນິດດອກໄມ້ໃໝ່ ແລະ ຫາຍາກອີກດ້ວຍ. ດ້ວຍທີ່ຕັ້ງສະດວກ ແລະ ທິວທັດທຳມະຊາດທີ່ສວຍງາມ, ໝູ່ບ້ານດອກໄມ້ ວ້ານແທັງ ໄດ້ກາຍເປັນຈຸດນັດພົບທີ່ຈັບໃຈສຳລັບຜູ້ຮັກມັກທຳມະຊາດ ແລະ ຢາກຄົ້ນຫາຈຸດຄວາມງາມທີ່ເປັນເອກະລັກສະເພາະຂອງ ດ່າລາດ. ປ້າ ຫງວຽນທິກີມທວາ, ຊາວໝູ່ບ້ານດອກໄມ້ ວ້ານແທັງ ແບ່ງປັນວ່າ:

  ພໍ່ແມ່ຂ້າພະເຈົ້າແມ່ນຊາວພາກເໜືອໄດ້ເຂົ້າມານີ້ເພື່ອບຸກເບີກທີ່ດິນ, ເຫັນວ່າເງື່ອນໄຂທຳມະຊາດເໝາະສົມກັບດອກໄມ້ຊະນິດຕ່າງໆ ດັ່ງນັ້ນກໍ່ຕັດສິນໃຈປູກດອກໄມ້ປະເພດຕ່າງໆຄື: ດອກເບັນຈາະມາດ, ດອກກຸຫຼາບ, ດອກລິນລີ່…. ອາຊີບຂອງລຸນພໍ່ລຸ້ອ້າຍປະໄວ້ໃຫ້, ຂ້າພະເຈົ້າກໍ່ພະຍາຍາມເຮັດ ແລະ ຮັກສາອາຊີບ.

   ຜ່ານການເວລາ, ບັນດາໝູ່ບ້ານດອກໄມ້ ດ່າລາດ ໄດ້ເປີດກ້ວາງຂອບຂະໜາດຢ່າງບໍ່ຢຸດຢັ້ງ ແລະ ໄດ້ປູກດອກໄມ້ຫຼາຍປະເພດ. ນະຄອນມີເນື້ອທີ່ປູກດອກໄມ້ເກືອບ 4.000 ເຮັກຕາ, ປະລິມານການຜະລິດຄາດວ່າດອກໄມ້ບັນລຸ 1.5 ຕື້ງ່າ/ປີ. ດ້ວຍດອກໄມ້ກ່ວາ 400 ປະເພດ ແລະ ມີດອກໄມ້ນັບພັນແນວພັນທີ່ແຕກຕ່າງກັນ. ນອກຈາກໄດ້ປູກດອກໄມ້ແລ້ວ, ປຊຊ ດ່າລາດ ຍັງໄດ້ລົງທຶນ, ພັດທະນາຜະລິດບັນດາຜະລິດຕະພັນຈາກດອກໄມ້ຄື: ນ້ຳມັນຫອມລະເຫີຍ, ຊາສະໝຸນໄພ…  ບັນດາໝູ່ບ້ານອາຊີບທີ່ເປັນມູນເຊື້ອຄື ຮ່າດົງ, ທາຍຟຽນ, ວ້ານແທັງ ໄດ້ປະກອບສ່ວນເຂົ້າໃນເສດຖະກິດທ້ອງຖິ່ນ ຜ່ານການຜະລິດ ແລະ ສົ່ງອອກດອກໄມ້ ກໍ່ຄືສ້າງບັນດາຜະລິດຕະພັນທ່ອງທ່ຽວພິເສດສະເພາະ, ດຶງດູດແຂກທ່ອງທ່ຽວນັບພັນເທື່ອຄົນໃນແຕ່ລະປີ./.

TAG
VOV/VOVworld/ບັນ​ດາ​ໝູ່​ບ້ານດອກ​ໄມ້​ໃນ​ເຂດ​ພູ​ພຽງ ເລີມ​ວຽນ/ໝູ່ບ້ານດອກໄມ້ ຮ່າດົງ/ໝູ່ບ້ານ ທາຍຟຽນ/ປ້າ ຫງວຽນທິກີມທວາ/ທ່ານ ບຸ່ຍວັນໂຮ້ຍ/

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ