ພິທີແຫ່ວໍໃນບຸນແຂ່ງມວນປ້ຳບ້ານ ມາຍດົ້ງ |
ເມື່ອເວົ້າເຖິງບຸນແຂ່ງມວຍປ້ຳຍາມຕົ້ນປີຢູ່ ຮ່າໂນ້ຍ ແມ່ນຕ້ອງເວົ້າເຖິງງານບຸນແຂ່ງມວຍບ້ານ ມາຍດົ້ງ ຂຶ້ນກັບຕາແສງ ມາຍດົ້ງ ເມືອງຮວ່າງມາຍ. ນີ້ແມ່ນບຸນແຂ່ງມວຍປ້ຳຖືກຈັດຂຶ້ນກ່ອນໝູ່ຢູ່ນະຄອນຫຼວງ ນັບແຕ່ວັນທີ 4 ຫາວັນທີ 7 ເດືອນຈຽງ ແລະ ກໍ່ແມ່ນບຸນແຂ່ງມວຍປ້ຳທີ່ມີມາແຕ່ດົນນານທີ່ສຸດຄືກ່ອນນີ້ເກືອບ 2.000 ປີ. ເພາະສະນັ້ນງານບຸນແຂ່ງມວຍປ້ຳຢູ່ບ້ານ ມາຍດົ້ງ ໄດ້ຮັບຖືກວ່າແມ່ນບ່ອນເກັບຮັກສາທາງດ້ານວັດທະນະທຳພື້ນເມືອງຢູ່ນະຄອນຫຼວງ. ທ່ານ ຫວູວັນເອົາ ນັກຄົ້ນຄວ້າປະຫວັດສາດບ້ານ ມາຍດົ້ງ ເວົ້າສູ່ຟັງວ່າ:
“ບຸນມວຍປ້ຳນີ້ມີມາແຕ່ດົນນານ ນັບຕັ້ງແຕ່ສະໄໝສອງພະນາງ ຈຶງ ເມື່ອປີ 40. ປະຊາຊົນຈາກແຫ່ງອື່ນໄດ້ພາກັນມານີ້ເຂົ້າຮ່ວມງານບຸນ. ກ່ອນທີ່ຈະແຂ່ງຂັນ, ນັກມວຍປ້ຳຄູ່ໜຶ່ງກໍ່ຕ້ອງທຳພິທີໄຫວ້ບູຊາບັນພະບຸລຸດ ແລ້ວຈຶ່ງແຂ່ງຂັນ, ແຕ່ລະຝ່າຍກໍ່ສະແດງຈັງຫວະອັນໜຶ່ງ ເພື່ອໃຫ້ຄູ່ແຂ່ງຮູ້ຈັກຕົນເອງຄືແນວໃດ”.
ບຸນແຂ່ງມວຍປ້ຳບ້ານ ມາຍດົ້ງ ຖືກໄຂຂຶ້ນດ້ວຍນັດແຂ່ງຂັນທີ່ເປັນເອກະລັກ ນີ້ແມ່ນນັດແຂ່ງຂັນທຳອິດທີ່ສະຫງວນໃຫ້ນັກມວຍປ້ຳອາຍຸສູງ ມີຄຸນສົມບັດ ມີຄວາມເກັ່ງກ້າສາມາດ ເພື່ອສະແດງໃຫ້ຜູ້ຊົມ. ລຸງ ຫງວຽນດວ່ານຖຸ໋ຍ ນັກມວຍປ້ຳອາຍຸສູງຢູ່ບ້ານ ມາຍດົ້ງ ໃຫ້ຮູ້ວ່າ:
“ຂ້າພະເຈົ້າໄດ້ເຂົ້າຮ່ວມງານບຸນມວຍປ້ຳນັບແຕ່ຄາວສ້າງຕັ້ງຄະນະນັກກິລາມວຍປ້ຳ. ນັບປີ 1982 ມາຮອດປັດຈຸບັນ ປີໃດຂ້າພະເຈົ້າກໍ່ແຂ່ງຂັນນັບທຳອິດ. ນັບແຕ່ຄາວເປັນໄວໜຸ່ມມາຮອດປັດຈຸບັນ ຂ້າພະເຈົ້າກໍ່ໄດ້ຮັບການຖ່າຍທອດຈາກບັນດາຜູ້ອາຍຸສູງວ່າ ໝູ່ບ້ານຈັດຕັ້ງບຸນແຂ່ມວຍປ້ຳ ເພື່ອໃຫ້ທຸກໆຄົນຢູ່ທຸກຫົນແຫ່ງມາຊີງລາງວັນ”.
ນັບແຕ່ປາງກ່ອນມາຮອດປັດຈຸບັນ ບຸນແຂ່ງມວນປ້ຳບ້ານ ມາຍດົ້ງ ມີຊື່ສຽງ ແລະ ໄດ້ກາຍເປັນໜຶ່ງໃນບັນດາບຸນແຂ່ງມວຍປ້ຳທີ່ໄດ້ເຕົ້າໂຮມນັກມວຍ ຮ່າໂນ້ຍ ຫຼາຍຄົນກໍ່ຄືນັກມວຍມາຈາກແຂວງ ນະຄອນອື່ນໆມາຮ່ວມແຂ່ງຂັນ.
“ຂ້າພະເຈົ້າພາກພູມໃຈທີ່ສຸດ ຍ້ອນຂະບວນການມວຍປ້ຳຂອງທ້ອງຖິ່ນນັບມື້ນັບຂະຫຍາຍຕົວ. ຈາກນັ້ນໄດ້ຊ່ວຍຜູກຮັດທາງດ້ານຈິດໃຈສາມັກຄີ ຈິດໃຈກິລາຂອງໄວໜຸ່ມໃນໝູ່ບ້ານ”.
“ຂ້າພະເຈົ້າໄດ້ຮູ້ເຖິງບຸນມວຍປ້ຳບ້ານ ມາຍດົ້ງ ແມ່ນຈຸດວັດທະນະທຳທີ່ມີມາແຕ່ດົນນານຢູ່ນະຄອນຫຼວງ. ມາຍດົ້ງ ຍັງໃດກໍ່ຮັກສາຈຸດວັດທະນະທຳເປັນປະເພນີແລະໃນບັນດາໂອກາດຍາມຕົ້ນລະດູບານໃໝ່ໃນແຕ່ລະປີ ແລະ ຂ້າພະເຈົ້າກໍ່ມາຮ່ວມຢ່າງສະເໝີ”.
ພ້ອມກັບບຸນແຂ່ງມວຍບ້ານ ມາຍດົ້ງ, ກໍ່ຍັງມີບຸນແຂ່ງມວຍອື່ນໆ ກໍ່ຖືກຈັດຂຶ້ນບ້ານ ຈ່ຽວຄຸກເມືອງ ແທັງຈີ່; ບ້ານ ບຸ່ງ ເມືອງ ແທັກເທິດ; ບ້ານ ຄູບາ ເມືອງ ແທັກເທິດ…
ໃນບຸນແຂ່ງມວຍປ້ຳ, ຜູ້ໃຫຍ່ກໍ່ສອນມວຍໃຫ້ເດັກນ້ອຍ ຜູ້ເຖົ້າຜູ້ແກ່ກໍ່ຖ່າຍທອດເຄັດລັບໃຫ້ແກ່ລູກຫຼານ. ພິເສດສຳລັບນັກມວຍອາຍຸສູງ, ບຸນມວຍປ້ຳບໍ່ພຽງແຕ່ການແຂ່ງຂັນມວຍເທົ່ານັ້ນ ຫາກຍັງແມ່ນບ່ອນເພື່ອຖ່າຍທອດຈຸດວັດທະນະທຳອັນປັນປະເພນີຂອງທ້ອງຖິ່ນ ແລະ ສຶກສາອົບຮົມຈິດໃຈເພື່ອແຜ່ໃຫ້ແກ່ໄວໜຸ່ມອີກດ້ວຍ. ທ່ານ ຫງວຽນດຶກທິ້ງ ສັງກັດສູນວັດທະນະທຳ ຖະແຫຼງຂ່າວ ແລະ ກິລາ ເມືອງ ກວັກອວາຍ ໃຫ້ຮູ້ວ່າ:
“ເປັນເວລາຫຼາຍປີແລ້ວໃນບໍລະເວນເມືອງ ກວັກອວາຍ ບຸນແຂ່ງມວຍປ້ຳຢູ່ບັນດາໝູ່ບ້ານ ໄດ້ຖືກຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນ, ຈາກນັ້ນໄດ້ດຶງດູດນັກມວຍຫຼາຍຄົນມາຮ່ວມ ໃນນັ້ນມີບັນດານັກມວຍລະດັບຊາດ ແລະ ນັກມວຍສາກົນກໍ່ມາຮ່ວມ”.
ບຸນແຂ່ງມວຍປ້ຳຍາມໃດກໍ່ຕິດພັນກັບງານບຸນປະເພນີຂອງແຕ່ລະໝູ່ບ້ານ ດັ່ງນັ້ນການແຂ່ງມວຍບ້ຳ ບໍ່ພຽງແຕ່ແມ່ນການເຄື່ອນໄຫວກິລາໃນຂັ້ນຕອນຈັດບຸນເທົ່ານັ້ນ ຫາກຍັງຊ້ອນແຝງບັນດາຄຸນຄ່າວັດທະນະທຳຂອງບັນດາທ້ອງຖິ່ນອີກດ້ວຍ. ນີ້ແມ່ນບ່ອນເພື່ອໃຫ້ປະຊາຊົນບໍ່ພຽງແຕ່ສະແດງຈິດໃຈມັກຮັກມວຍເທົ່ານັ້ນຫາກຍັງຝາກຝັງຄວາມຫວັງໃຫ້ດິນຟ້າອາກາດອຳນວຍຄວາມສະດວກ ລະດູການຜະລິດໄດ້ຮັບຜົນດີ ແລະ ທຸກໆຄົນມີຄວາມສຸກໃນປີໃໝ່.




